ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-31 20:41:35    
ຜູ່​ນຳ​ຫວຽດ​ນາມ​ຫວັງ​ໃຫ້​ຊຸກ​ຍູ້​ການ​ພົວ​ພັນ​ຫວຽດ​ນາມ​ຈີນ​ໄປ​ສູ່​ລະ​ດັບ​ສູງ​ໃໝ່

cri
ຕາມຂ່າວສານ​ຊິນ​ຮວາ,ວັນ​ທີ30​ມີນານີ້,ຢູ່​ທີ່​ຮ່າ​ໂນ້ຍ,​ໃນ​ເວລາ​ເຂົ້າ​ຮ່ວມ​ງານ​ລ້ຽງ​ອາ​ຫານ​ຄ່ຳ​ທີ່​ທ່ານ​ຫູ​ສຽນ​ເວິນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະຈຳ​ຫວຽດນາມ​ຈັດ​ຂຶ້ນ​,ທ່ານ​ຫງຽນ​ຟູ​ດົງ ປະ​ທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ກ່າວ​ວ່າ,ຫວຽດນາມ​ແລະ​ຈີນ​ແມ່ນ​ປະ​ເທດ​​ໃກ້​ຄຽງທີ່​ມີ​ໄມ​ຕີ​ຈິດ​ຕໍ່​ກັນ, ສອງ​ປະ​ເທດ​ມີ​ສະພາບ​ແຫ່ງ​ຊາດ​ທີ່​ຄ້າຍຄື​ກັນ,​ມີ​ລະບອບ​ຄື​ກັນ.​ໃນ​ປັດ​ຈຸ​ບັນ,​ການ​ປ່ຽນ​ແປງ​ໃໝ່​ແລະ​ໄຂ​ປະ​ຕູ​ສູ່​ພາຍ​ນອກຂອງ​ຫວຽດນາມ​ກັບການ​ປະຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ຂອງ​ຈີນ​ພວມ​ກ້າວ​ສູ່​ລວງ​ເລິກ.ທ່ານ​ຫວັງ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ຕ່າງໆ,​ເຮັ​ດ​ໃຫ້ການ​ພົວພັນ​ຫວຽດນາມ​ຈີນ​ໄດ້​ຮັບ​ການ​ປັບ​ປຸງ​ແລະ​ຂະ​ຫຍາຍ​ຕົວ.

ທ່ານ​ຫງຽນ​ຟູ​ດົງ​ຍັງ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ດ້ວຍ​ຄວາມ​ຈິງ​ໃຈ​ຕໍ່​ພັກ ລັດ​ແລະ​ປະຊາຊົນ​ຈີນ​ທີ່​ໃຫ້ການ​ຊ່ວຍ​ເຫຼືອ​ແລະ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ຫຼວງ​ຫຼາຍ​ໃຫ້​ແກ່​ຫວຽດ​ນາມ​ໃນ​ການ​ຕໍ່​ສູ້​ການ​ປະຕິວັດແລະ​ໃນ​ພາລະກິດ​ສ້າງ​ສາ​ສັງ​ຄົມ​ນິຍົມ​ຂອງ​ຫວຽດ​ນາມ.