ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-01 19:59:58    
ສື່​ມວນ​ຊົນ​ຣັດ​ເຊຍ​ເຫັນ​ວ່າ"​ປີ​ມິດ​ຕະ​ພາບ​ຕໍ່​ຈີນ"​ໄດ້​ສະ​ແດງ​ໃຫ້​ເຫັນ​ປະ​ເທດ​ຈີນ​ທີ່​ໃໝ່​ອ່ຽມ

cri
ຕາມ​ຂ່າວສານ​ຊິນ​ຮວາ,​ໃນ​ຫຼາຍ​ມື້​ມາ​ນີ້,ສື່​ມວນ​ຊົນຣັດ​ເຊຍ​ໄດ້​ລາຍ​ງານ​ຂ່າວ​ຢ່າງ​ຫຼວງ​ຫຼາຍ​ກ່ຽວ​ກັບ​ກິດ​ຈະ​ກຳ​ຕ່າງໆ​ຂອງ​"ປີ​ມິດ​ຕະ​ພາບ​ຕໍ່​ຈີນ".

ສື່​ມວນ​ຊົນ​ຈຳນວນ​ໜຶ່ງ​ໄດ້​ຕີ​ລາຄາ​ສູງ​ຕໍ່​ກິດ​ຈະ​ກຳ​ສຳ​ຄັນ​ຂອງ​"ປີ​ມິດ​ຕະ​ພາບ​ຕໍ່​ຈີນ,​ຄື​ງານ​ວາງສະ​ແດງ​​ປະ​ເທດ​ຈີນ,ງານ​ວາງສະ​ແດງ​ເຄື່ອງ​ປັ້ນ​ດິນ​ເຜົາ​ຍອດ​ຢ້ຽມ,​ແລະ​ງານ​ວາງ​ສະ​ແດງ​ສິ່ງ​ປະ​ເສີດ​ຂອງ​ຫໍພິພິດທະພັນ​ກູ້​ກົ່ງ.​ເຫັນ​ວ່າ,​ກິດ​ຈະ​ກຳ​ເຫຼົ່າ​ນີ້​ໄດ້​ສະ​ແດງ​ໃຫ້​ຊາວ​ຣັດ​ເຊຍ​ໄດ້​ເຫັນ​ປະ​ເທດ​ຈີນ​ທີ່​ໃໝ່​ອ່ຽມ.

ໜັງ​ສື​ພິມ​ຕຼີ​ບູ​ເນ​ຂອງ​ຣັດ​ເຊຍ​ສະ​ບັບ​ວັນ​ທີ​30​ມີ​ນາ​ແລ້ວ​ນີ້​ໄດ້​ພິມ​ບົດ​ຄວາມ​ໂດຍ​ຂຽນ​ວ່າ,​ໃນ​ຫຼາຍ​ມື້​ມາ​ນີ້,​ຊາວ​ຣັດ​ເຊຍ​ໄດ້​ພົບ​ເຫັນ​ປະ​ເທດ​ຈີນ.ງານ​ວາງ​ສະ​ແດງ​ປະ​ເທດ​ຈີນ​ໄດ້​ ​ສ່ອງ​ແສງ​ຢ່າງ​ພົ້ນ​ເດັ່ນ​ໃຫ້​ເຫັນ​ຄວາມ​ເຂັ້ມ​ແຂງ​ຂອງ​ເສດ​ຖະ​ກິດ​ຈີນ​ແລະ​ປະ​ຊາ​ຊົນ​ຈີນ​ມີ​ຄວາມ​ໝັ້ນ​ໃຈ​ແລະ​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ອະ​ນາ​ຄົດ.

ໜັງ​ສື​ພິມ​ອິສ​ເວິສ​ຕິອາ​ໄດ້​ລາຍ​ງານ​ສະພາບ​ຄຶກ​ຄື້ນ​ຂອງ​ງານ​ວາງ​ສະ​ແດງ​ສິ່ງ​ປະ​ເສີດ​ຂອງ​ຫໍ​ພິ​ພິດ​ທະ​ພັນ​ກູ້​ກົງ​ຈີນ​ທີ່​ຈັດ​ຂຶ້ນ​ຢູ່​ວັງ​ແກຼມ​ແລງ​ທີ່​ມົສ​ກູ.​ສະ​ຖາ​ນີ​ວິ​ທະ​ຍຸ​ວັດ​ທະ​ນະ​ທຳ​ຣັດ​ເຊຍ​ໄດ້​ແນະ​ນຳ​ສະ​ພາບ​ງານ​ວາງສະ​ແດງ​ເຄື່ອງ​ປັ້ນ​ດິນ​ເຜົາ​ຈີນ​ທີ່​ຈັດ​ຂຶ້ນ​ຢູ່​ມົສ​ກູ,​ໄດ້​ລາຍ​ງານ​​ພິ​ເສດ​ກ່ຽວ​ກັບ​ປະ​ຫວັດ​ສາດ​ອັນ​ຍາວ​ນານ​ຂອງ​ເຄື່ອງ​ປັ້ນ​ດິນ​ເຜົາ​ເມືອງ​ຈິງ​ເຕີ​ຂອງ​ຈີນ.