|
 |
(GMT+08:00)
2007-04-02 17:48:26
|
ປະທານສະພາແຫ່ງຊາດຫວຽດນາມຈະຢ້ຽມຢາມຈີນ
cri
Author: sayvanny
ຕາມຂ່າວສານຊີນຮວາ: ໂດຍຕອບສະຫນອງຄຳເຊີນຂອງທ່ານອູປາງໂກ ປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນ,ທ່ານຫງຽນຟູຈົງ ປະທານລັດຖະສະພາແຫ່ງຊາດຫວຽດນາມພ້ອມພັນລະຍາຈະນຳພາຄະນະຜູ່ແທນລັດຖະສະພາແຫ່ງຊາດຫວຽດນາມມາຢ້ຽມຢາມສັນຖະວະໄມຕີປະເທດຈີນຢ່າງເປັນທາງການແຕ່ວັນທີ 8 ຫາວັນທີ 15 ເມສານີ້.
ຈີນກັບຫວຽດນາມສ້າງສາຍສຳພັນການທູດຄົບເມື່ອປີ 1950,ໃນຫລາຍປີມານີ້, ການໄປມາຫາສູ່ກັນດ້ວຍໄມຕີຈິດແລະການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃນຂົງເຂດຕ່າງໆລະຫວ່າງສອງປະເທດໄດ້ຮັບການເພີ່ມທະວີຂຶ້ນເລື້ອຍໆ,ຈີນໄດ້ກາຍເປັນຄູ່ການຄ້າໃຫຍ່ທີຫນຶ່ງຂອງຫວຽດນາມແລ້ວ.
|
|
|