ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-08 17:38:56    
ນັກ​ທ່ອງ​ທ່ຽວ​ອະ​ວະ​ກາດ​ຜູ້​ທີ 5 ​ໃນ​ໂລກ​​ເດີນ​ທາງ​ໄປ​ສະ​ຖາ​ນີ​ອະ​ວະ​ກາດ​ສາ​ກົນ

cri Author: MO

ຕາມ​ຂ່າວສານ​ຊີ​ນຮວາ​: ​ຍານ​ອະວະກາດ​​ໂຊ​ຢູສ໌ ທີ່​​ຜະລິດ​ໂດຍຣັດ​ເຊຍ​ໄດ້​ບັນທຸກ​ນັກ​ທ່ອງ​ທ່ຽວ​ອະວະກາດ​ຜູ້​ທີ 5 ຂອງ​ໂລກ​ຊື່ ຊາ​​ເລ​ສ໌ ຊີ​ໂມ​ນີ ຄົນ​ອາ​ເມ​ລິ​ການັ້ນ​ໄດ້​ຈາກ​ສະໜາມ​ຍິງ​ສົ່ງ​ບາຍ​ໂຄ​ນູນ​ໃນ​ແດນ​ກາ​ຊັກ​ສະ​ຕານ​ບິນ​ໄປ​ສູ່ສະຖານີ​ອະວະກາດ​ສາກົນ​ໃນ 21 ​ໂມງ 31 ນາທີ​ຂອງ​ວັນ​ທີ 7 ​ເມສາ​ນີ້ ​ເວລາ​ມົສກູ.

ຜູ້​ໄປ​ນຳ​ທ່ານ​ຊາ​ເລ​ສ໌ ຊີ​ໂມ​ນີ ຍັງ​ມີ​ນັກບິນ​ອະວະກາດຣັດ​ເຊຍ​ສອງ​ຄົນ, ນັກ​ບິນ​ອະວະກາດ​ສອງ​ຄົນ​ນີ້​ຈະ​ຢູ່​ສະຖານີ​ອະວະກາດ​ເຄິ່ງປີ, ​ເຂົ້າ​ແທນ​ນັກ​ບິນ​ອະວະກາດ​ສອງ​ຄົນ​ທີ່​ໄດ້​ເຮັດ​ວຽກ 6 ​ເດືອນ​​ແລ້ວ​ຢູ່​ແຫ່ງ​ນັ້ນ. ສ່ວນ​ທ່ານ​ຊາ​ເລ​ສ໌ ຊີ​ໂມ​ນີຈະ​ສຳ​ເລັດ​ການ​ທ່ຽວອະວະກາດ 12 ​ມື້​ ຈຶ່ງກັບ​ຄືນສູ່​ໜ່ວຍ​ໂລກ​ພ້ອມ​ກັນກັບ​ນັກ​ບິນ​ອະວະກາດ​ທີ່​ໝົດ​ໜ້າ​ທີ່​ວຽກ​ງານ.