ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-08 17:52:48    
ເວທີ​ປຶກສາ​ຫາ​ລື​ສຸດ​ຍອດ​ດ້ານ​ນ້ຳມັນ​ເຊື້ອ​ໄຟ​ຂອງ​ອາ​ຊຽນ​ຄັ້ງ​ປະ​ຖົມ​ມະ​ເລີກ​ຈັດ​ຂຶ້ນ​ຢູ່​ໄທ

cri Author: MO
ຕາມ​ຂ່າວCRI: ວັນ​ທີ 8 ​ເມສາ​ນີ້, ເວທີ​ປຶກສາ​ຫາລື​ສຸດ​ຍອດດ້ານ​ນ້ຳມັນ​ເຊື້ອ​ໄຟ​ຂອງ​ອາ​ຊຽນ​ຄັ້ງປະຖົມມະ​ເລີກ​ພ້ອມ​ງານ​ສັງ​ສັນ​​ເສດຖະກິດການ​ຄ້າ​​ແລະການ​ລົງ​ທືນ​​ໄດ້​ຈັດ​ຂຶ້ນ​ຢູ່​ຈັງ​ຫວັດຊົນ​ບຸລີຂອງ​​ໄທ. ​ເຈົ້າໜ້າ​ທີ່​ລັດຖະບານ ບຸກຄົນ​ວົງ​ການ​ວິ​ສາ​ຫະກິດ​ແລະ​ຜູ້​ຊ່ຽວຊານປະມານ 300 ຄົນ​ທີ່​ມາ​ຈາກ​ປະ​ເທດ​ອາ​ຊຽນ​ແລະ​ຈີນ​ໄດ້​ເຂົ້າຮ່ວມ​​ເວທີ​ປືກສາ​ຫາລື​ເທື່ອ​ນີ້.

ເວທີ​ປືກສາ​ຫາລື​​ເທື່ອ​ນີ້​ຈະ​ດຳ​ເນີນ 3 ມື້. ​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນພິທີ​ໄຂ​ງານ, ທ່ານ​ສົມ​ໄຊ ປະທານ​ກອງ​ປະຊຸມ ປະທານ​ສະມາຄົມ​ສົ່ງ​ເສີມເສດຖະກິດ​ການ​ຄ້າ​ອາຊີ​ປາຊີ​ຟິກ​ແລະ​ສະມາຄົມ​ສົ່ງ​ເສີມເສດຖະກິດ​ການ​ຄ້າ​ຈີນ​ໄທ​ໄດ້​ກ່າວ​ວ່າ, ການ​ປັ່ນ​ປ່ວນ​ຂອງ​ຕະຫຼາດນ້ຳມັນ​ເຊື້ອ​ໄຟ​ຂອງ​ໂລກ​ໄດ້​ເຮັດ​ໃຫ້ການຫຼົບຫຼີກ​ແລະ​ປ້ອງ​ກັນ​ຄວາມ​ສ່ຽງ​ທີ່​ກ່ຽວຂ້ອງ​ແລະ​ການ​ຮັກສາ​ຄວາມ​ປອດ​ໄພ​ດ້ານ​ພະລັງງານ​ກາຍ​ເປັນ​ຫົວ​ຂໍ້​ສຳຄັນ. ​ເວທີປືກສາ​ຫາລື​​ເທື່ອນີ້​ໄດ້​ສະໜອງ​ເວທີແລກປ່ຽນ​ຮ່ວມ​ມື​ດ້ານພະລັງງານ​ໃຫ້​ຜູ້​ຮ່ວມ​ປະຊຸມ, ​​​ແລະ​ປຶກສາ​ຫາລື​ຂໍ້​ປີກ​ຍ່ອຍ​ໃນ​ການ​ສ້າງ​ສູນ​​ເສດຖະກິດ​ການ​ຄ້າ​ສາກົນ​ອາຊຽນ.