ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-12 19:41:40    
ຄະ​ນະ​ກຳ​ມະ​ການ​ກາ​ແດງ​ສາ​ກົນ​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ນຳ​ສະ​ພາບ​ມະ​ນຸດ​ສະ​ທຳ​ຂອງ​ອີ​ຣັກ​ຊຸດ​ໂຊມ​ລົງ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ11​ເມ​ສາ​ນີ້,ຢູ່​ທີ່​ເຊີ​ແນວ,​ຄະ​ນະ​ກຳ​ມະ​ການ​ກາ​ແດງ​ສາ​ກົນ​ໄດ້​​ເຜີຍ​ແຜ່​ບົດ​ລາຍ​ງານ​ທີ່​ພາດ​ຫົວ​ເລື່ອງ​ວ່າ,​ສາ​ມັນ​ຊົນ​ທີ່​ບໍ່​ມີ​ການ​ປົກ​ປ້ອງ--ວິ​ກິດ​ການ​ທີ່​ນັບ​ມື້​ນັບ​ໜັກ​ໜ່ວງ​ຂອງ​ອີ​ຣັກ,​ບົດ​ລາຍ​ງານໄດ້​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ສະ​ພາບ​ມະ​ນຸດ​ສະ​ທຳ​ຂອງ​ອີ​ຣັກ​ໄດ້​ຊຸດ​ໂຊມ​ລົງ,​ບົດ​ລາຍ​ງານ​ຮຽກ​ຮ້ອງ​ໃຫ້​ໃຊ້​ມາດ​ຕະ​ການ​ອັນ​ຮີບ​ດ່ວນ​ເພື່ອ​ປົກ​ປ້ອງ​ປະ​ຊາ​ຊົນ​ບໍ່​ໃຫ້​​ໄດ້​ຮັບ ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ເລື້ອຍໆ.

ບົດ​ລາຍ​ງານ​ໄດ້​ກ່າວ​ປະນາມ​ການໃຊ້​ຄວາມ​ຮຸນ​ແຮງ​ຕ່າງໆ​ທີ່​ແນ​ໃສ່​ປະ​ຊາ​ຊົນ​ເຊັ່ນ​ການ​ໃຊ້​ປືນ,​ລະ​ເບີດ,​ລັກ​ພາ​ຕົວ​ແລະ​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ເປັນ​ຕົ້ນ.​ບົດ​ລາຍ​ງານ​ຂຽນ​ວ່າ,ທັງ​ໝົດ​ເຫຼົ່າ​ນີ້​ໄດ້​ລ່ວງ​ລະ​ເມີດ​ກົດໝາຍລະຫວ່າງ​ຊາດວ່າ​ດ້ວຍ​ ​ມະນຸດ​ສະ​ທຳ​ແລະ​ຫຼັກ​ມາດຖານ​ຂອງ​ກົດໝາຍ​ທີ່​ກ່ຽວຂ້ອງ​ນັ້ນ​ຢ່າງ​ຮຸນ​ແຮງ.ບົດ​ລາຍ​ງານ​ຊີ້​ອອກ​ວ່າ,ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ບັນຫາ​ຕ່າງໆ​ເຊັ່ນ​ຄວາມ​ປັ່ນ​ປ່ວນ​ຂອງ​ສົງຄາມ,ຈິ່ງ​ເຮັດ​ໃຫ້​ອີ​ຣັກ​ຂາດ​ເຂີນ​ອຸ​ປະ​ກອນ​ປິ່ນ​ປົວ​ແລະ​ພະ​ນັກ​ງານ​ແພດ​ໝໍ​ຫຼາຍ,​ພື້ນ​ຖານ​ໂຄງ​ລ່າງ​ທີ່​ສຳຄັນ​ເຊັ່ນ​ການ​ສະ​ໜອງ​ນ້ຳ​ກິນ,​ການ​ລະ​ບາຍ​ນ້ຳໂສ​ໂຄກ​ແລະ​ໄຟ​ຟ້າ​ເປັນ​ຕົ້ນ​ສ່ວນ​ຫຼາຍ​ພວມ​ຢູ່​ໃນ​ສະ​ພາບ​ທີ່​ຊຸດ​ໂຊມ​ຢ່າງ​ໜັກໜ່ວງ.