ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-14 18:06:02    
ຫົວໜ້າ​​ການ​ທະ​ນາ​ຄານ​ຂອງ 7 ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ເຫັນ​ວ່າ ​ເສດ​ຖະ​ກິດ​ໂລກ​ຍັງ​ຈະ​ຮັກ​ສາ​ການ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 13 ​ເມສາ​ນີ້, ລັດຖະມົນຕີ​ກະຊວງ​ການ​ເງິນ​ແລະ​ຜູ້​ວ່າການ​ທະ​ນາຄາ​ນກາງຂອງ 7 ປະ​ເທດ​ຄື​ອາ​ເມ​ລິ​ກາ ຍີ່​ປຸ່ນ ອັງກິດ ກາ​ນາ​ດາ ຝຣັ່ງ ​ເຢຍລະ​ມັນ ​ແລະ​ອີ​ຕາຣີ​​ໄດ້​ອອກ​ຖະ​ແຫຼງການ​ຮ່ວມ​ໂດຍ​ຂຽນ​ວ່າ, ​ເຖິງ​ວ່າ​ມີ​ຄວາມ​ສ່ຽງ​ບາງ​ຢ່າງ, ​ແຕ່​ເສດຖະກິດ​ໂລກ​ຍັງ​ຈະ​ຮັກສາ​ທ່ວງທ່າ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ.

ຖະ​ແຫຼງການ​ກ່າວ​ວ່າ, ​ເສດຖະກິດ​ໂລກ​ພວມ​ເຕີບ​ໂຕ​ຢ່າງ​ສືບ​ເນື່ອງ​​ແລະ​ແຂງ​ແຮງທີ່​ສຸດໃນ 30 ກວ່າ​ປີ​ມາ​ນີ້, ການ​ເຕີບ​ໂຕ​ຈະ​ດຸ່ນດຽງ​ກວ່າ​​ເກົ່າ.

ຫົວໜ້າ​ການ​ທະນາຄານ​ຂອງ 7 ປະ​ເທດ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ, ຈະ​ສະກັດ​ກັ້ນອາລົມ​ລັດທິ​ປົກ​ປ້ອງ​ການ​ຄ້າ​ທີ່​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ແລະຊຸກ​ຍູ້​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ເລີ່​ມຈັດການ​ເຈລະຈາ​ຮອບ​ໂດ​ຮາ​ຂອງ​ອົງການ​ການ​ຄ້າ​ໂລກ​ຄືນ​ໃໝ່. ຖະ​ແຫຼງການ​ກ່າວ​ວ່າ, ການ​ຮັບປະກັນ​ໃຫ້​ການ​ເຈລະຈາຮອບ​ໂດ​ຮາ​ສຳ​ເລັດ​ຜົນແມ່ນ​ໜ້າ​ທີ່ອັນ​ຮີບ​ດ່ວນ​ລາຍ​ໜຶ່ງ, ສ່ວນ​ການຫຼຸດພາສີຢ່າງ​ບັງ​ເກີດ​ຜົນ​ແລະ​ລົບ​ລ້າງ​ກຳ​ແພງ​ການ​ຄ້າ​ອື່ນ​ໆ​ນັ້ນກໍ​ມີ​ຄວາມ​ສຳຄັນ​ທີ່​ສຸດ​ໃນການ​ຊຸກ​ຍູ້​ໃຫ້ການ​ຄ້າ​ທົ່ວ​ໂລກສືບ​ຕໍ່​ເຕີບ​ໂຕ​​ແລະ​ຫຼຸດຜ່ອນຄວາມທຸກ​ຍາກ.