ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-14 20:07:39    
ທ່ານ​ຮີ​ວກ່າວ​ວ່າ, ທ່ານ​ບໍ່​ເຫັນ​ນຳ​ວ່າ​ຄວນ​ເລື່ອນ​ເວ​ລາ​ກຳ​ນົດ​​ໄປ​ອີກ​ເດືອນ​ໜຶ່ງ​​ເພື່ອ​ປະ​ຕິ​ບັດ​ເອ​ກະ​ສານ​ຮ່ວມ"13ກຸມ​ພາ"

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 13 ​ເມສາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຮີ​ວ ຫົວໜ້າ​ຄະນະ​ຜູ້​ແທນ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ການ​ເຈລະ​ຈາ 6 ຝ່າຍ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີກ່າວ​ວ່າ, ທ່ານ​ບໍ່​ເຫັນນຳ​ວ່າ, ຄວນ​ແກ່ຍາວ​ເວລາ​ກຳນົດ​​ໄປອີກ​ເດືອນ​ໜຶ່ງຈຶ່ງ​ປະຕິບັດ​ເອກະສານ​ຮ່ວມ13ກຸມພາ.

ອີງຕາມ​​ເອກະສານ​ຮ່ວມ​ທີ່​ກອງ​ປະຊຸມ​ໄລຍະ​ທີ​ສາມ​ຂອງ​ການ​ເຈລະຈາ​ 6 ຝ່າຍ​ຮອບ 5 ຜ່ານ​ໃນ​ວັນ​ທີ 13 ​ກຸມພາ, ສປປ​ເກົາຫລີ​ເຫັນ​ດີ​ປິດ​ສິ່ງ​ກໍ​ສ້າງ​ນິວ​ເຄຼຍຢູ່ຢົງ​ບຽນ​ພາຍ​ໃນ 60 ມື້, ​ແລະ​ເຊີນພະນັກງານ​ອົງການ​ພະລັງງານ​ປະລະມານູ​ສາກົນ​ກັບ​ຄືນ​ສູ່​ສປປ​ເກົາຫລີ​ຄືນ​ໃໝ່, ​ແລະ​ດຳ​ເນີນ​ການ​ຕິດຕາມ​ກວດກາ​ທີ່​ຈຳ​ເປັນ​ທັງ​ໝົດ​ທີ່​ສອງ​ຝ່າຍ​ເຫັນ​ດີນຳ​ກັນ, ​ເວລາ​ກຳນົດ​ດັ່ງກ່າວ​ຈະ​ໝົດ​ອາຍຸ​ໃນ​ວັນ​ທີ 14 ​ເມສາ​ນີ້.

ມື້​ດຽວ​ກັນ, ທ່ານ​ຮີ​ວກ່າວ​ວ່າ, ທ່ານ​ບໍ່​ແນ່​ໃຈ​ວ່າ​ຄວນ​​ແກ່ຍາວ​ເວລາ​ກຳນົດ​ສຸດ​ທ້າຍ​ໄປ​ຮອດ​ມື້ໃດ, ທ່ານ​ຕ້ອງການ​ປຶກສາ​ກັບ​ຝ່າຍຕ່າງໆ​ເພື່ອ​ສະ​ແຫວ​ງຫາ​​ແຜນການ​ແກ້​ໄຂ​ທີ່​ດີ​ທີ່​ສຸດ.

ທ່ານ​ຮີ​ວ​​ໄດ້ເດີນທາງ​ມາ​ຮອດ​ປັກ​ກິ່ງ​ໃນ​ວັນ​ທີ 13 ​ເມສາ​ນີ້, ທ່ານ​ຈະ​ປຶກສາ​ຫາລື​ກັນ​ກັບ​ຝ່າຍ​ຈີນ​ກ່ຽວ​ກັບ​ເລື່ອງ​ການ​ເຈລະຈາ 6 ຝ່າຍ​ທີ່​ກ່ຽວຂ້ອງ.