ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-15 17:43:49    
ປະທານ​​ເຂດ​ລົມ​ບາ​ດີ​ຂອງ​ອີ​ຕາ​ຣີ​ກ່າວ​ວ່າ, ​ເຫດ​ການ​ປະ​ທະ​ກັນ​ຢູ່​ມີ​ລາ​ໂນ​ຈະ​ບໍ່​ກະ​ທົບ​ກະ​ເທືອນ​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ເມືອງ​ລະ​ຫວ່າງ​ອີ​ຕາ​ລີ​ກັບ​ຈີນ

cri Author: mo
ຕາມ​ຂ່າວCRI:ວັນ​ທີ 14 ​ເມສາ​ນີ້, ທ່ານ​ໂລ​ເບີ​ໂທ ​ຟູ​ມີ​ໂກ​ນີ ປະທານ​​ເຂດລົມ​ບາ​ດີ​ທີ່​ຂຶ້ນ​ກັບ​ນະຄອນ​ມີ​ລາ​ໂນ​ແຫ່ງ​ອີ​ຕາ​ຣີ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຈີນ​ປະຈຳ​ອີ​ຕາຣີ, ທ່ານ​ກ່າວ​ວ່າ, ​ເຊື່ອ​ວ່າ, ​ເຫດການ​ປະ​ທະ​ກັນລະຫວ່າງ​ຝ່າຍ​ຕຳຫຼວດອີ​ຕາຣີກັບ​ຊາວ​ຈີນ​​ໃນຄຸ້ມ​ຊາວ​ຈີນ​ຢູ່ມີ​ລາ​ໂນ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ 12 ​ເມສາ​ນີ້​ຈະ​ບໍ່​ກະທົບກະ​ເທືອ​ນ​ເຖິງ​ການ​ພົວພັນທາງ​ເສດຖະກິດ​ການ​ເມືອງ​ລະຫວ່າງ​ອີ​ຕາຣີກັບ​ຈີນ. ອົງການ​ປົກຄອງ​ເຂດ​ລົມ​ເບີ​ດີຈະ​ພ້ອມ​ກັນ​ກັບ​ອົງການ​ປົກຄອງ​ນະຄອນ​ມີ​ລາ​ໂນ​ແລະ​ຝ່າຍ​ທີ່​ກ່ຽວຂ້ອງ​ຂອງ​ຈີນແກ້​ໄຂ​ເຫດການ​ນີ້​ຢ່າງ​​ເໝາະສົມ​.

ວັນ​ທີ 14 ​ເມສາ​ນີ້, ​​ໃນ​ເວລາ​ໃຫ້​ສຳພາດ​ຕໍ່ສື່​ມວນ​ຊົນຂອງ​ອີ​ຕາຣີ, ທ່ານ​ຕົງ​ຈິ່ນອີ້ ​ເອກ​ອັກ​ຄະ​ລັດ​ຖະທູດຈີນ​ປະຈຳ​ອີ​ຕາຣີກ່າວ​ວ່າ, ​ເຊື່ອ​ວ່າ​ຝ່າຍ​ອີ​ຕາຣີຄົງສາມາດ​ຊຳລະ​ແກ້​ໄຂ​ເຫດການ​ນີ້​ຢ່າງ​ຍຸດຕິ​ທຳ. ຫວັງ​ໃຫ້​ຝ່າຍ​ອີ​ຕາຣີປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍດອັນ​ຊອກ​ທຳ​ແລະ​ຊອກ​ກົດໝາຍຂອງຊາວ​ຈີນ​ຢ່າງ​ແທ້​ຈິງ, ຫຼີກ​ເວັ້ນບໍ່​​ໃຫ້ການ​ພົວພັນ​ລະຫວ່າງສອງ​ຝ່າຍ​ຖືກ​ຜົນ​ສະທ້ອນ​ທາງ​ລົບ.

ວັນ​ທີ 12 ​ເມສາ​ນີ້, ຜູ້ຍິງ​ຈີນ​ຜູ້​ໜຶ່ງ​ໄດ້​ຜິດ​ຖຽງກັນ​ກັບ​ຕຳຫຼວດຍ້ອນ​ບ່ອນຈອດ​ລົດ​ຢູ່​ມີ​ລາ​ໂນ​ອີ​ຕາຣີ, ​ແລ້ວ​ໄດ້​ເກີດ​ການ​ປະ​ທະ​ກັນ​ກັບ​ຝ່າຍ​ຕຳຫຼວດກັກ​ຕົວ, ຜູ້ຍິງ​ທີ່​ກ່ຽວ​ຖືກ​ກັກ​ຕົວ, ​ເຮັດ​ໃຫ້​ຊາວ​ຈີນ​​ທີ່​ອາ​ໄສ​ຢູ່​​ແຫ່ງ​ນັ້ນປະ​ທ້ວງ​ທັງ​ປະ​ທະ​ກັນ​ກັບ​ຕຳຫຼວດ. ​ໃນ​ເຫດການ​ດັ່ງກ່າວ​ມີ​ຊາວ​ຈີນ​ 10 ກວ່າ​ຄົນ​ບາດ​ເຈັບ​ເບົາ. ປັດຈຸບັນ, ຖະໜົນ​ສຳຄັນ​ໃນ​​ເຂດ​ນີ້​ໄດ້​​ເປັນລະບຽບ​ປົກກະຕິຄື​ເກົ່າ​ແລ້ວ.