ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-18 17:54:13    
ທ່ານ​ເຈຍ​ຊີ້ງລິນ​ພົບ​ປະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕຸຍ​ນີຊີ

cri Author: mo
ຕາມ​ຂ່າວCRI:ວັນ​ທີ 17 ​ເມສາ​ນີ້, ​ຢູ່​ນະຄອນ​ຫຼວງ​ຕຸຍ​ນີສ, ທ່ານ​ເຈຍ​ຊີ້​ງລີ​ນ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ​ໄດ້​ພົບ​ປະ​ທ່ານ​ໂມ​ຮາ​ເມັດ ກາ​ນູຊີ ນາຍົກລັດ​ຖະມົນຕີ​ຕຸຍ​ນີຊີ.

ທ່ານ​ເຈຍ​ຊີ້​ງລີ​ນຫວັງຢາກ​ໃຫ້​ສອງ​ຝ່າຍ​ເປີດ​ກວ້າງການ​ຮ່ວມ​ມື​ດ້ານການ​ຄ້າ​, ພ້ອມ​ກັນ​ຊຸກ​ຍູ້​ໃຫ້ການ​ຄ້າ​ພັດທະນາ​ຢ່າງ​ດຸນ​ດຽງ​ກັນ; ​ເພີ່ມ​ການ​ລົງທຶນ​​ໃຫ້ກັນ, ສະໜັບສະໜູນ​ວິ​ສາ​ຫະກິດ​ທີ່​ມີ​ກຳລັງ​ຕົວ​ຈິງ​ແລະ​ມີ​ຊື່ສຽງດີ​ຂອງ​ປະ​ເທດ​ຕົນ​ໄປ​ລົງທຶນ​ດຳ​ເນີນ​ທຸລະກິດ​ຢູ່​ປະ​ເທດ​ຝ່າຍ​ກົງກັນຂ້າມ​ແລະ​ສ້າງ​ຊ່ອງ​ທາງ​ຕິດ​ຕໍ່​ພົວພັນ​​ແລະ​ຮ່ວມ​ມື​ໂດຍ​ກົງ​ລະຫວ່າງ​ວິ​ສາ​ຫະກິດ, ຕັ້ງໜ້າ​ເປີດ​ກວ້າງ​ການ​ຮ່ວມ​ມື​ການທ່ອງທ່ຽວ​ເປັນຕົ້ນ. ທ່ານ​ກາ​ນູຊີ​ກ່າວ​ວ່າ, ກອງ​ປະຊຸມ​ສຸດ​ຍອດ​ປັກ​ກິ່ງ​ຂອງ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ຈີນ​ອາ​ຟຼິກາ​ໄດ້​ຮັບ​ໝາກຜົນ​ອັນດີງາມ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ປາ​ຖະໜາ​ແລະ​ຄວາມ​ຕັດສິນ​ໃຈ​ຂອງ​ຈີນ​ທີ່ຈະ​ຊ່ອຍ​ປະ​ເທດ​ອາ​ຟຼິກາ​ບັນລຸ​​ເປົ້າໝາຍ​ພັດທະນາ.

ມື້​ດຽວ​ກັນ, ລັດຖະບານ​ສອງ​ປະ​ເທດ​ຄື​ຈີນ​ແລະ​ຕຸ​ຍນີຊີ​ໄດ້​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື 5 ສະບັບ​ເຊິ່ງລວມທັງ"ສັນຍາ​ຮ່ວມ​ມືເສດຖະກິດ​ເຕັກນິກ​", ທ່ານ​ເຈຍ​ຊີ້​ງລີ​ນ​ແລະ​ທ່ານ​ກາ​ນູຊີ​ໄດ້​ເຂົ້າຮ່ວມ​ເປັນ​ສັກ​ຂີ​ພິຍານ​ໃນ​ພິທີ​ລົງ​ນາມ.