ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-18 18:19:13    
ສະຫະ​ປະຊາ​ຊາດ​ຮຽກຮ້ອງ​ປະຊາ​ຄົມ​ໂລ​ກພ້ອມ​ກັນ​ພະຍາຍາມ​ແກ້​ໄຂ​ບັນຫາ​ຊາວ​ອົບ​ພະຍົບຂອງ​ອີຣັກ

cri Author: da
ຕາມຂ່າວ​CRI: ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ກ່ຽວ​ກັບ​ບັນຫາ​ຊາວ​ອົບ​ພະຍົບອີຣັກ ຊຶ່ງ​ມີ​ອົງການ​ຊາວ​ອົບ​ພະຍົບສະຫະ​ປະຊາ​ຊາດ​ຫຼື UNHCR ​ນັ່ງ​ເປັນ​ປະທານໄດ້​ຈັດ​ຂຶ້ນຢູ່​ເຊີ​ແນວ​ໃນວັນ​ທີ 17 ​ເມສາ.ຜູ່​ຮ່ວມ​ປະຊຸມ​ຮຽກຮ້ອງ​ປະຊາ​ຄົມ​ໂລກ​ພ້ອມ​ກັນ​ພະຍາຍາມ​ແກ້​ໄຂ​ບັນຫາ​ຊາວ​ອົບ​ພະຍົບອີຣັກທີ່​ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ.

​ໃນ​ເວລາ​ກ່າ​ວຄຳ​ປາ​ໄສ​ທາງວິ​ດີ​ໂອ ທ່ານ​ບານ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ຮຽກຮ້ອງ​ປະຊາ​ຄົມ​ໂລກ​ຈົ່ງ​ຊ່ອຍ​ເຫຼືອ​ຊາວ​ອົບ​ພະຍົບອີຣັກ,​ແລະ​ຮຽກຮ້ອງ​ປະ​ເທດ​ໃກ້​ຄຽງ​ອີຣັກຈົ່ງ​ສືບ​ຕໍ່​ເປີດ​ຊາຍ​​ແດນ​ຮັບ​ຊາວ​ອົບ​ພະຍົບອີຣັກ,​ເຮັດ​ໃຫ້​​ເຂົາ​ເຈົ້າມີ​ການ​ຮັບປະກັນ​ດ້ານ​ຊີວິດ​ການ​ເປັນ​ຢູ່​ຕ່ຳທີ່​ສຸດ.

​ໃນ​ກອງ​ປະຊຸມ ທ່ານ​ໂຮ​ເຊຍ ​ເຊ​ບາຣີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອີຣັກກ່າວ​ວ່າ,ປະຈຸ​ບັນ ລັດຖະບານ​ພວມ​ພະຍາຍາມ​ໃຫ້​ສະຖານະ​ພາບ​ອີຣັກມີ​ຄວາມ​ສະຖຽນ​ລະ​ພາບ,​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ຊາວ​ອົບ​ພະຍົບອີຣັກຢູ່​ຕ່າງປະ​ເທດ​ກັບຄືນປະ​ເທດ.

ຕາມ​ເອກະສານ​ຂອງ​ອົງການ UNHCR ສ​ະ​ແດງ​ໃຫ້​ເຫັນ​ວ່າ,ປະຈຸ​ບັນ ຊີ​ລີ​ ຊອກ​ດາ​ນີ​ແລະ​ປະ​ເທດ​ໃກ້​ຄຽງ​ອີຣັກອື່ນໆ​ໄດ້​ຮັບ​ຊາວ​ອົບ​ພະຍົບອີຣັກ​ເກືອບ 2 ລ້ານ​ຄົນ.ນອກ​ນີ້ ຢູ່​ອີຣັກຍັງ​ມີ​ຜູ່ບໍ່​ມີ​ບ່ອນ​ເພິ່ງ​ພາ​ອາ​ໄສ​ປະມານ1ລ້ານ9​ແສນ​ຄົນ​ຕ້ອງການ​ຄວາມ​ຊ່ອຍ​ເຫຼືອ.