ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-19 17:50:04    
ປະຊາ​ຄົມ​ໂລກ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​​ເພີ່ມ​ການ​ຊ່ອຍ​ເຫຼືອ​ຊາວ​ອົບ​ພະ​ຍົບ​ອີ​ຣັກ

cri Author: da
ຕາມ​ຂ່າວCRI:ວັນ​ທີ 18 ​ເມສາ​ນີ້ ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ບັນຫາ​ຊາວ​ອົບ​ພະຍົບອີຣັກ ຊຶ່ງ​ມີ​ອົງການ​ຊາວ​ອົບ​ພະຍົບສະຫະ​ປະຊາ​ຊາດ​ເປັນ​ປະທານ ​ໄດ້​ອັດ​ລົງ​ຢູ່​ເຊີ​ແນວ,ຜູ່​​ແທນ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ໃຫ້​ຄຳ​ໝັ້ນສັນຍາວ່າ​​ຈະ​ເພີ່ມທະວີ​ການ​ຊ່ອຍ​ເຫຼືອຊາວ​ອົບ​ພະຍົບອີຣັກ.ຜູ່​ແທນ​ຍັງຮຽກຮ້ອງ​ລັດຖະບານ​ອີຣັກ​ແລະທຸກ​ຝ່າຍ​ທີ່​ກ່ຽວຂ້ອງ​​ໃຊ້​ການ​ເຄື່ອນ​ໄຫວ​ດ່ວນ,​ເພື່ອ​ຊອກ​ໄດ້​ແຜນການຖາວອນກ່ຽວ​ກັບ​ການ​ແກ້​ໄຂບັນຫາ​ຊາວ​ອົບ​ພະຍົບອີຣັກທີ່​ຖື​ຄວາມ​ປອງ​ດອງ​​​ຊາດ​ເປັນ​ພື້ນຖານ.

ມື້​ດຽວ​ກັນ,ຢູ່​ແບກ​ແດດ ນະຄອນຫຼວງ​ອີຣັກ​ໄດ້​ເກີດ​ເຫດການ​ລະ​ເບີດ 4 ​ເທື່ອ​ຢ່າງ​ລຽນຕິດ,​ເຮັດ​ໃຫ້​ເກືອບ 200 ຄົນ​ຕາຍ​,250 ຄົນ​ບາດ​ເຈັບ.ມື້​ດຽວ​ກັນ ​ເຢຍລະ​ມັນ ປະ​ເທດ​ປະທານ​ໝູນວຽນ​ຂອງສະຫະພາບ​ເອີ​ລົບອອກ​ຖະ​ແຫຼ​ງການ,ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດການ​ລະ​ເບີດ​ລຽນຕິດ.ຖະ​ແຫຼ​ງການ​ກ່າວ​ວ່າ,ອະນາຄົດ​ຂອງ​ອີຣັກ ​ເດັດຂາດ​ບໍ່​ອະນຸຍາດ​ການ​ສັງ​ຫານ​ຢ່າງ​ນອງ​ເລືອດ​ແບບ​ນີ້​ຄົງ​ຕົວ​ໃນ​ໂລກ.