ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-19 19:51:50    
ສື່​ມວນ​ຊົນ​ສປປ​ເກົາ​ຫລີ​ຕິ​ຕຽນ​ຍີ່​ປຸ່ນ​ຂັດ​ຂວາງ​ການ​ເຈ​ລະ​ຈາ 6 ​ຝ່າຍ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ໜັງສືພິມ​ໂລ​ດົງ​ຊີ​ນມູນ ສຽງ​ຂອງ​ສູນ​ກາງ​ພັກ​ແຮງ​ງານ​ເກົາຫລີ​ສະບັບວັນ​ທີ 19 ​ເມສາ​​ໄດ້​ພິມ​ບົດ​ວິຈານ​ວ່າ, ຍີ່​ປຸ່ນຍຶດໝັ້ນຫາລື​ບັນຫາ​ຕົວ​ປະກັນ​ທີ່​ບໍ່​ກ່ຽວຂ້ອງ​ກັບ​​ຫົວ​ຂໍ້ເຈລະຈາ​ໃນ​ການ​​ເຈລະຈາ 6 ຝ່າຍ​ແມ່ນ​ຢາກ​ຂັດຂວາງ​ປະຕິບັດ​ເອກະສານ​ຮ່ວມ 13 ກຸມພາ, ທຳລາຍ​ຂະ​ບວນວິວັດ​ການ​ເຈລະຈາ 6 ຝ່າຍ.

ບົດ​ວິຈານ​ຊີ້​ອອກ​ວ່າ, ຍີ່​ປຸ່ນທຳລາຍ​ການ​ເຈລະຈາ 6 ຝ່າຍ​ແລະ​ຂະ​ບວນວິວັດ​ປອດ​ນິວ​ເຄຼຍຢູ່​ແຫຼມ​ເກົາຫລີ​ ແມ່ນ​ເພື່ອ​ສ້າງ​ເງື່ອນ​ໄຂ​​​ເບື້ອງ​ຕົ້ນໃຫ້​ເຂົາ​ບັນລຸ​​ເປົ້າ​ໝາຍ​ປະກອບ​ອາວຸດ​ນິວ​ເຄຼຍ​ແລະ​ກາຍ​ເປັນມະຫາ​ປະ​ເທດການ​ທະຫານ. ຍີ່​ປຸ່ນ​ເຮັດ​ແນວ​ນີ້ມີ​ແຕ່​ຈະ​ເຮັດ​ໃຫ້ການ​ເຈລະຈາ 6 ຝ່າຍຍືດ​ເຍືອ​ຕໍ່​ໄປ​ ຈົນກະທັ້ງຖອຍ​ຫຼັງ.

ໃນ​ກອງ​ປະຊຸມ​ຄະນະ​ລັດຖະບານ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ​ເມສາ​ນີ້, ລັດຖະບານ​ຍີ່​ປຸ່ນຕົກລົງ​ວ່າ, ຈະ​ແກ່ຍາວ​ເວລາ​​ໃຊ້​ມາດ​ຕະການ​ລົງ​ໂທດ​ສປປ​ເກົາຫລີ​ທາງ​ເສດຖະກິດ​ທີ່​ຈະ​ໝົດ​ອາຍຸ​ໃນ​ກາງ​ເດືອນ​ເມສາ​ນັ້ນ​ໄປ​ອີກ​ເຄິ່ງປີ. ລັດຖະບານ​ຍີ່​ປຸ່ນ​ເຫັນ​ວ່າ, ຍ້ອນ​ສປປ​ເກົາຫລີ​ຂາດ​ຄວາມ​ຈິງ​ໃຈ​ໃນ​ການ​ແກ້​ໄຂບັນຫາລັກ​ພາ​ຕົວ​ຊາວ​ຍີ່​ປຸ່ນ, ຈຶ່ງ​ຈຳ​ເປັນ​ຕ້ອງ​ຮັກສາ​ກຳລັງ​ກົດ​ໜີບ​ຕໍ່​ເຂົາ.