ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-20 19:46:30    
ສປປ​ເກົາຫລີ​ກ່າວ​ວ່າ, ​ເມື່ອ​ແກ້​ໄຂ​ບັນ​ຫາ​ກັກ​ເງິນ​ຝາກ​ທະ​ນາ​ຄານ​ແລ້ວ​, ຈະ​ເຊີນ​ພະ​ນັກ​ງານ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມານູ​ສາ​ກົນ​ໄປ​ຢ້ຽມ​ຢາມ

cri Author: mo
ຕາມ​ຂ່າວ​ສາ​ນຊີ​ນຮວາ: ວັນ​ທີ 20 ​ເມສາ​ນີ້, ທ່ານ​ລີ​​ເຈຊົນ ຫົວໜ້າ​ກົມ​​ໃຫຍ່ພະລັງງານປະລະມານູສປປ​ເກົາຫລີຝາກ​ຈົດໝາຍ​ໄປ​ຍັງ​ທ່ານ​ບາ​ລາ​ດີ ຜູ້ອຳນວຍການ​ໃຫຍ່​ອົງການ​ພະລັງງານ​ປະ​ລະ​ມາ​ນູສາກົນ, ກ່າວ​ວ່າ, ຄວາມ​ຕັ້ງ​ໃຈ​ຂອງສປປ​ເກົາຫລີທີ່​ຈະປະຕິບັດ​ຕາມ​ເອກະສານ​ຮ່ວມ​ທີ່​ຜ່ານ​​ໃນ​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫລີ​ຄື​ເອກະສານ​ຮ່ວມ 13 ກຸມພາ​ນັ້ນບໍ່​ໄດ້​ປ່ຽນ​ແປງ, ຕາບ​ໃດ​ທີ່ໄດ້​ຮູ້ຄັກ​ແນ່ວ່າ​ບັນຫາ​ກັກ​ເງິນ​ຝາກ​ທະນາຄານ​ຂອງ​ສປປ​ເກົາຫລີ​ໄດ້​ຮັບ​ການ​ແກ້​ໄຂ​ແລ້ວ, ຈະ​ເຊີນ​ທິມງານ​ຂອງ​ອົງການ​ພະລັງງານ​ປະລະ​ມາ​ນູສາກົນ​ໄປ​ຢ້ຽມຢາມ​ສປປ​ເກົາຫລີ​ໃນ​ທັນທີ, ​ແລະ​ຫາລື​ກັບ​ທິມງານ​ກ່ຽວ​ກັບການ​ປິດ​ສິ່ງ​ກໍ່ສ້າງ​ນິວ​ເຄຼຍຢົງ​ບຽນ​ແລະ​ບັນຫາ​ລະບຽບ​ກວດກາ​ທີ່​ກ່ຽວຂ້ອງ.

ທ່ານລີ​ເຈ​ຊົນ​ກ່າວ​ເນັ້ນວ່າ, ຝ່າຍ​ສປປ​ເກົາຫລີ​ເຫັນ​ດີ​ອິງ​ຕາມ​ເອກະສານ​ຮ່ວມ 13 ກຸມພາ​ປິດ​ສິ່ງ​ກໍ່ສ້າງ​ນິວ​ເຄຼຍຢົງ​ບຽນ​ພາຍ​ໃນ 60 ມື້​ແມ່ນ​ມີ​ເງື່ອນ​ໄຂ​ເບື້ອງ​ຕົ້ນຄື​ອາ​ເມ​ລິ​ກາ​ຕ້ອງ​ຍົກ​ເລີກ​ການ​ກັກ​ເງິນ​ຝາກ​ຂອງ​ສປປ​ເກົາຫລີ​ໃນ​ທະນາຄານບັງ​​ໂຄ ​ເດັນ​ທາ ອາຊີ ພາຍ​ໃນ 30 ມື້.