ຕາມຂ່າວສານຊິນຮວາ:ວັນທີ21ເມສານີ້,ອິນໂດເນເຊຍໄດ້ເກີດອຸປະຕິເຫດລົດໄຟຕົກລາງ, ຢ່າງໜ້ອຍເຮັດໃຫ້70ຄົນບາດເຈັບ,ໃນນັ້ນມີ16ຄົນບາດເຈັບໜັກ.ສາເຫດຂອງອຸປະຕິເຫດແມ່ນຝົນຕົກແຮງເຮັດໃຫ້ທາງລົດໄຟຖືກທຳລາຍ.ໃນຕອນຄ່ຳມື້ດຽວກັນ,ຢູ່ອິນໂດເນເຊຍຍັງໄດ້ເກີດອຸປະຕິເຫດລົດໄຟຕົກລາງອີກລາຍໜຶ່ງ,ແຕ່ບໍ່ມີຄົນບາດເຈັບແລະເສຍຊີວິດ.
ເນື່ອງຈາກທາງລົດໄຟເກົ່າແກ່,ໃນຫຼາຍເດືອນມານີ້,ອິນໂດເນເຊຍໄດ້ເກີດອຸປະຕິເຫດລົດໄຟຢ່າງເນື່ອງນິດ.ຫວ່າງມໍ່ໆນີ້,ກະຊວງຄົມມະນາຄົມອິນໂດເນເຊຍປະກາດວ່າ,ຈະເບີກງົບປະມານ200ລ້ານຣູເປຍ(ເທົ່າກັບປະມານ22ລ້ານໂດລາ)ມາສ້ອມແປງທາງລົດໄຟທົ່ວປະເທດອິນໂດເນເຊຍ.
|