ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-23 15:51:17    
ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ເຕືອນ​ໃຫ້​ອີ​ຣານ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ບັນ​ຫາ​ຄວາມ​ປອດ​ໄພ​​ອີ​ຣັກ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 23 ​ເມສາ​ນີ້, ໜັງສືພິມ​ຟາຍ​​ແນນ​ໂຊ ທາມ​ສ໌ ຂອງ​ອັງກິດ​ລາຍ​ງານວ່າ, ຫວ່າງ​ມໍ່ໆ​ນີ້, ນາງ​ຄອນ​ໂດ​ລີ​ຊາ ​ໄລ​ສ໌ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ເຕືອນ​ໃຫ້​ອີຣານ​ເຂົ້າຮ່ວມ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ບັນຫາ​ຄວາມ​ປອດ​ໄພ​ອີຣັກທີ່​ຈະ​ໄຂ​ຂຶ້ນ​ໃນ​ໄວໆ​ນີ້, ​ແລະ​ກ່າວ​ວ່າ, ຖ້າ​ບໍ່​ເຂົ້າຮ່ວມ​ກອງ​ປະຊຸມ, ອີຣານຈະ​ພາດ​ໂອກາດ​ທີ່​ດີ.

ປັດຈຸບັນ, ອີຣານຍັງ​ບໍ່​ທັນ​ຕົກລົງວ່າ​ຈະ​ແຕ່ງ​ທ່ານ​ມູຕາ​ກີ ລັດຖະມົນຕີ​ວ່າການກະຊວງ​ການ​ຕ່າງປະ​ເທດ​ເຂົ້າຮ່ວມ​ກອງ​ປະຊຸມຫຼືບໍ່?

ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ບັນຫາ​ຄວາມ​ປອດ​ໄພ​ອີຣັກຈະ​ຈັດ​ຂຶ້ນ​ຢູ່​ຊາມຊາ​ອິດ ​ແຫຼ່ງທ່ອງ​ທ່ຽວ​ແຄມ​ທະ​ເລ​ແດງ​ເອຢິບ​ແຕ່​ວັນ​ທີ 3 ຫາ​ວັນ​ທີ 4 ​ເດືອນ​ໜ້າ, ກອງ​ປະຊຸມ​ຈະ​ປຶກສາ​ຫາລື​ກັນ​ກ່ຽວ​ກັບຈະ​ເຮັດ​ແນວ​ໃດ​ເພື່ອ​ສະກັດ​ກັ້ນການ​ກໍ່ຄວາມ​ຮຸນ​ແຮງ​ໃນອີຣັກ​. ຜູ້​ແທນ​ຂອງ​ປະ​ເທດ​ຕ່າງໆ​ເຊັ່ນ​ຊີ​ຣີ ຕັວກກີ ​ແລະ​ອາ​ເມ​ລິ​ກາ​ເປັນຕົ້ນຈະ​ເຂົ້າຮ່ວມ​ກອງ​ປະຊຸມ​.