ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-23 16:21:34    
ນາຍົກລັດຖະມົນ​ຕີ​ອີ​ຣັກ​ຮຽກ​ຮ້ອງ​ໃຫ້​ທະ​ຫານ​ອາ​ເມ​ລິ​ກາ​ເຊົາ​ສ້າງ​ກຳ​ແພງ​ຂັ້ນ​ຢູ່​ພາກ​ເໜືອ​ແບກ​ແດກ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 22 ​ເມສາ​ນີ້, ຢູ່​ທີ່​ເລີ​ແກ່, ທ່ານ​ນູລີ ອານ ມາລີ​ຄີ ນາຍົກລັດຖະມົນຕີອີຣັກທີ່​ພວມ​ຢ້ຽມຢາມ​ເອຢິບ​ກ່າວ​ວ່າ, ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ທະຫານ​ອາ​ເມ​ລິ​ກາ​ເຊົາ​ສ້າງ​ກຳ​ແພງຂັ້ນ​ຢູ່​ພາກ​ເໜືອ​ແບກ​ແດກ.

ກາງ​ເດືອນ​​ເມສາ​ນີ້, ທະຫານ​ອ​າ​ເມ​ລິ​ກາ​ປະຈຳ​ອີຣັກ​ໄດ້​ປະກາດ​ວ່າ ພວມ​ສ້າງ​ກຳ​ແພງ​ຂັ້ນຊີມັງ​ຍາວ 5 ກິ​ໂລ​ແມັດ ສູງ3,6 ​ແມັດ​ຢູ່​ເຂດ​ມຸສລິ​ມນິກາຍ​ຊຸ​ນີ່​ເຕົ້າ​​ໂຮມ​ກັນ​ຢູ່​ພາກ​ເໜືອ​ແບກ​ແດກ, ​ແລະ​ກ່າວ​ວ່າ, ນີ້​ແມ່ນ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຊາວ​ເມືອງ​​ຖືກຫຼອນ​ໂຈມ​ຕີ. ການ​ກະທຳ​ຂອງ​ທະຫານ​ອາ​ເມ​ລິ​ກາ​ໄດ້​ຖືກ​ຊາວ​ເມືອງ​ຢູ່​ແຫ່ງ​ນັ້ນ​ແລະ​ບຸກຄົນ​ວົງ​ການ​ການ​ເມືອງ​ອີຣັກຄັດຄ້ານ, ​ເພາະ​ເຫັນ​ວ່າ, ການ​ສ້າງ​ກຳ​ແພງຂັ້ນ​ຈະ​​ເພີ່ມ​ຄວາມ​ຂັດ​ແຍ່ງ​ກັນ​ລະຫວ່າງ​ນິກາຍ​ຕ່າງໆຫຼາຍຂຶ້ນ.

ມື້​ດຽວ​ກັນ, ພາຍຫຼັງທ່ານ​ນາ​ເຊັຟ ນາຍົກລັດຖະມົນຕີ​ເອຢິບ​ພົບ​ປະ​ກັບ​ທ່ານ​ມາລີ​ຄີ ທີ່​ພວມ​ຢ້ຽມຢາມ​ເອຢິບ​ແລ້ວ​ກ່າວ​ເນັ້ນວ່າ, ​ເອຢິບ​ສະໜັບສະໜູນ​ລັດຖະບານ​ອີຣັກທຳ​ຄວາມ​ພະຍາຍາມ​ເພື່ອ​ບັນລຸ​ຄວາມ​ປອງ​ດອງ​ກັນ​ລະຫວ່າງ​ຝ່າຍຕ່າງໆ​ຂອງ​ອີຣັກ, ກ່າວ​ປະນາມ​ການ​ກະທຳຂອງ​ລັດທິ​ກໍ່​ການ​ຮ້າຍ​ທີ່​ທຳຮ້າຍ​ຜູ້​ທີ່​ບໍ່​ມີ​ຄວາມ​ຜິດຫຍັງ.

ນອກ​ນີ້, ວັນ​ທີ 22 ​ເມສາ​ນີ້, ​ເຈົ້າໜ້າ​ທີ່​ຕຳຫຼວດອີຣັກກ່າວ​ວ່າ, ກຳມະກອນ​​ຂອງ​ໂຮງງານ​ຕຳ​ແຜ່ນ​ແຫ່ງໜຶ່ງຢູ່ພາກ​ໃຕ້​ເມືອງ​ມໍ​ຊູນ​​​​ເລີກ​ການ​ແລ້ວ​ຂີ່​ລົດ​ກັບ​ບ້ານ, ຢູ່​ກາງ​ທາງ​ຖືກ​ກຳລັງປະກອບ​ອາວຸດ​ທີ່​ບໍ່​ຊາບ​ຝ່າຍ​ດັກໂຈມ​ຕີ, ​ເຮັດ​ໃຫ້ 21 ຄົນ​​ເສຍ​ຊີວິດ.