ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-26 19:53:50    
ສະ​ພາ​ຕ່ຳອາ​ເມ​ລິ​ກາ​ຜ່ານ​ຍັດ​ຕິ​ເບີກ​ເງິນ​ໃຫ້​ສົງ​ຄາມ​ສະ​ບັບ​ໃໝ່​ຊຶ່ງ​ລວມ​ທັງ​ຕາ​ລາງ​ເວ​ລາ​ຖອນ​ທະ​ຫານ​ອອກ​ຈາກ​ອີຣັກ

cri Author: da
ຕາມ​ຂ່າວCRI: ວັນ​ທີ25​ເມສາ​ນີ້ ສະພາ​ຕ່ຳ​ອາ​ເມ​ລິ​ກາ​​ໄດ້ຜ່ານ​ຍັດຕິ​ເບີກ​ເງິນ​ໃຫ້​ສົງຄາມສະບັບ​ໃໝ່​,​ໃນ​ຂະນະ​ທີ່ສະໜອງ​ຄ່າ​ໃຊ້​ຈ່າຍ​ທີ່​ຕ້ອງການ​ຂອງ​ທະຫານ​ອາ​ເມ​ລິ​ການັ້ນ,​ຍັງ​ຮຽກຮ້ອງ​ທະຫານ​ອາ​ເມ​ລິ​ກາຖອນ​​ອອກ​ຈາກ​ອີຣັກກ່ອນ​ວັນ​ທີ1ຕຸລາ​ປີ​ນີ້.

ວັນ​ທີ25​ເມສາ​ນີ້ ສະພາ​ຕ່ຳ​ໄດ້​ຜ່ານ​ຍັດຕິສະບັບ​ນີ້​ດ້ວຍ​ຜົນ​ການ​ລົງ​ຄະ​ແນນ​ສຽງ​ຄື 218 ບັດ​ເຫັນ​ດີ​ 208 ບັດ​ຄັດຄ້ານ.ອີງ​ຕາມ​ຍັດຕິ​ສະບັບ​ນີ້,ລັດຖະສະພາ​ຈະ​​ເພີ່ມ​ງົບປະມານ 90 ຕື້​ກວ່າ​ໂດ​ລາ​ໃຫ້​ແກ່ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຂອງ​ອາ​ເມ​ລິ​ກາ​ຢູ່​ອີຣັກ​ແລະ​ອັຟກາ​ນີສະຖານ​ໃນ​ປີ​ນີ້.

ຍັດຕິ​ຍັງ​ຮຽກຮ້ອງ​ກອງ​ທະຫານ​ສູ້​ລົບຂອງ​ອາ​ເມ​ລິ​ກາ​ຖອນ​ອອກ​ຈາກ​ອີ​ຣັກກ່ອນ​ວັນ​ທີ31ມີນາ​ປີ2008,​ແຕ່​ອະນຸຍາດ​ໃຫ້​ເຫຼືອ​ໄວ້​ກອງທະຫານ​ສ່ວນ​ໜຶ່ງ,​ເພື່ອ​ປະຕິບັດ​ໜ້າ​ທີ່​ບໍ່​ແມ່ນ​ສູ້​ລົບ​ຄື​ໂຈມ​ຕີ​ພວກ​ກໍ່​ການ​ຮ້າຍ​ແລະ​ເຝິກອົບຮົມ​ກອງທັບ​ອີຣັກ.

​ນາງ​ດາ​ນາ ​​ເພຣີ​ໂນ ​ໂຄສົກ​ທຳນຽບຂາວ​ອອກ​ຖະ​ແຫຼ​ງການ​ວ່າ,ຍັດຕິ​ຂອງ​ສະພາ​ຕ່ຳ​ເຮັດ​ໃຫ້​ຄົນ"​ຜິດຫວັງ".ປະທານາທິບໍດີ​ຫວັງ​ວ່າ​ພາຍຫຼັງ​ທ່ານ​ຢັບຢັ້ງຍັດຕິ​ສະບັບ​ນີ້​ແລ້ວ,​ພ້ອມ​ກັບ​ຜູ່​ນຳ​ສະພາ​ສ້າງຍັດຕິໃໝ່.