ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-29 21:00:59    
ອີຣັກ​​ເກີດ​ເຫດ​ການ​ລະ​ເບີດ​ລົດ​ຍົນ ​ເຮັດ​ໃຫ້​220ກວ່າ​ຄົນ​​ເສຍ​ຊີວິດ​ແລະ​ບາດ​ເຈັບ​

cri Author: da
ຕາມ​ຂ່າວCRI: ຕອນ​ບ່າຍວັນ​ທີ29​ເມສາ​ນີ້ ຢູ່​ຄາ​ບາ​ລາ ​ເມືອງ​ສັກສິດ​ນິກາຍຊີ​ອະພາກ​ໃຕ້​ອີຣັກ​ໄດ້​ເກີດ​ເຫດການ​ລະ​ເບີດ​ລົດຍົນ.​ເຈົ້າໜ້າ​ທີ່​ກະຊວງ​ສາທາລະນະ​ສຸກ​ເມືອງ​ດັ່ງກ່າວ​​ເວົ້າ​ວ່າ,​ເຫດການ​ເທື່ອ​ນີ້ ຢ່າງ​ໜ້ອຍ​ມີ 58 ຄົນ​ເສຍ​ຊີວິດ, 168 ຄົນ​ບາດ​​ເຈັບ.

ນີ້​ແມ່ນ​ເຫດການ​ລະ​ເບີດ​ລົດຍົນ​ທີ່​ຮ້າຍ​ແຮງ​ເທື່ອ​ທີ​ສອງຢູ່​ເຂດ​ດັ່ງກ່າວ​ໃນ​ສອງ​ອາທິດ​ມາ​ນີ້.

ປະຈຸ​ບັນ ຍັງ​ບໍ່​ມີ​ອົງການ​ໃດ​ຫຼືບຸກ​ຄົນ​ໃດໆ​ປະກາດ​ຄວາມຮັບຜິດຊອບ​ຕໍ່​ເຫດການ​ນີ້.

ນອກ​ນີ້​ຂ່າວ​ແຈ້ງວ່າ,ມື້​ດຽວ​ກັນ ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກປະກາດ​ວ່າ,ມີ​ທະຫານ​ອາ​ເມ​ລິ​ກາ 9 ຄົນ​ເສຍ​ຊີວິດ​ໃນ​ການ​ຫຼອນ​ໂຈມ​ຕີ​ຫຼາຍ​ເທື່ອ​ທີ່​ເກີດ​ຂຶ້ນ​ຢູ່​ແຂວງ​ອານ​ບາ​ແລະ​ເຂດ​ພາກ​ໃຕ້​ແບກ​ແດັດ​ໃນ​ສອງ​ມື້​ມາ​ນີ້.