ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-03 19:03:14    
ຈີນ​ສະ​ໜັບ​ສະ​ໜູນ​ຂະ​ບວນ​ການ​ສ້າງ​ອີ​ຣັກ​ຄືນ​ໃໝ່

cri Author: da
ຕາມ​ຂ່າວCRI:ວັນ​ທີ3ພຶດສະພາ​ນີ້ ​ໃນ​ກອງ​ປະຊຸມ​ສັນຍາ​ສາກົນ​ອີຣັກທີ່​ຈັດ​ຂຶ້ນ​ຢູ່​​​ເມືອງຊາມ ​ອານ ​ເຊ​ອິກຂອງ​ເອຢິບ ​ທ່ານ​ຢາງ​ເຈ​ຊື ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​​ກ່າວ​ເນັ້ນວ່າ, ຈີນ​ສະໜັບສະໜູນ​ຂະ​ບວນການ​ສ້າງ​ອີຣັກຄືນ​ໃໝ່​ໂດຍ​ຕະຫຼອດ.

ທ່ານ​ຢາງ​ເຈ​ຊືກ່າວ​ວ່າ,ການ​ເລີ່​ມຕົ້ນ"ສັນຍາ​ສາກົນ"​ແມ່ນ​ເວລາ​​ສຳຄັນ​ໃນ​ຂະ​ບວນການ​ສ້າງສາ​ອີຣັກຄືນ​ໃໝ່.ຈີນ​ສະໜັບສະໜູນບົນ​ພື້ນຖານ​ໂຄລົບ​ອະທິປະ​ໄຕ​ແລະ​ເອກະລາດ,​ອີງ​ຕາມ​ຫຼັກການ​ແລະ​ຄວາມ​ຮຽກຮ້ອງ​ທີ່ກ່ຽວຂ້ອງ​ຂອງ"ສັນຍາ​ສາກົນ",ປະ​ເມີນ​ຄວາມ​ຄືບ​ໜ້າ​ຂອງ​ການ​ສ້າງສາອີຣັກ​ຄືນ​ໃໝ່​ແລະ​ການ​ຊ່ອຍ​ເຫຼືອ​ຂອງ​ສາກົນ​​ຕາມ​ເວລາ​ກຳນົດ,​ແລະ​ເຮັດ​ເລື່ອ​ງນີ້​ໃຫ້​ດີ.

ທ່ານ​ຢາງ​ເຈ​ຊືສະ​ແດງ​ວ່າ,ປະຈຸ​ບັນ ຈີນ​ພວມ​ຕັ້ງໜ້າ​ປະຕິບັດ​ຕາມ​ຄຳໝັ້ນສັນຍາ​ທີ່​ຊ່ອຍ​ອີຣັກສ້າງສາ​ຄືນ​ໃໝ່,​ແລະ​ປະກາດ​ຢ່າງໜັກ​ແໜ້ນວ່າ,ປີ​ນີ້ ລັດຖະບານ​ຈີນ​ຈະ​ຊ່ອຍ​ເຫຼືອ​ອີຣັກລ້າ​ເປັນ​ມູນ​ຄ່າ 50 ລ້ານ​ຢວນ,​​ໃຊ້​ເຂົ້າ​ໃນ​ການສະໜອງ​ວັດ​ສະ​ດຸ​ໃຫ້​ອີຣັກ​​ໃນ​ຂົງ​ເຂດ​ສາທາລະນະ​ສຸກ​ແລະ​ການ​ສຶກສາ​ເປັນຕົ້ນ.ລັດຖະບານ​ຈີນ​ຍິນ​ດີຫຼຸດ​ແລະ​ຍົກ​ເວັ້ນໜີ້​ສິນ​ຂອງ​ອີຣັກຢ່າງ​ຫຼວງ​ຫຼາຍ,​ໃນ​ນັ້ນ ໜີ້​ສິນ​ຂອງ​ລັດຖະບານ​ອີຣັກສາ​ມາດ​ຍົກ​ເວັ້ນໝົດ​ໄດ້.

ວັນ​ທີ3ພຶດສະພາ​ນີ້ ກອງ​ປະຊຸມ"ສັນຍາ​ສາກົນ​ອີຣັກ"​ໄດ້​ເລີ່​ມຕົ້ນ"ສັນຍາ​ສາກົນ"ທີ່​ຊ່ອຍ​ອີຣັກສ້າງສາ​ຄືນ​ໃໝ່ນັ້ນ​ຢ່າງ​ເປັນ​ທາງ​ການ.