ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-04 18:18:45    
ລັ​ດຖະ​ມົນ​ຕີ​ກະຊວງ​ເສດ​ຖະ​ກິດ​ຂອງ​ອາ​ຊຽນ​ຮຽກ​ຮ້ອງ​​ໃຫ້​​ເລັ່ງ​ລັດ​ວາງ​ແຜນ​ເຊື່ອມ​ໂຍງ​ເສດ​ຖະ​ກິດ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ3ພຶດສະພາ​ນີ້ ຢູ່​ບຼູ​ໄນ ລັດຖະມົນຕີ​ກະຊວງ​ເສດຖະກິດ​ຂອງ​ບັນດາ​ປະ​ເທດອາ​ຊຽນອອກ​ຖະ​ແຫຼ​ງການ​ຮ່ວມ,ຮຽກຮ້ອງ​​ໃຫ້ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ​ເພີ່ມ​ທະວີ​ການ​ປະສານ​ງານ​ແລະ​ການ​ຮ່ວມ​ມື,​ເລັ່ງລັດສຳ​ເລັດ​ວຽກ​ງານ​ວາງ​ແຜນເຊື່ອມ​ໂຍງ​ເສດຖະກິດ​ຂອງ​ອາ​ຊຽນ,​ເພື່ອ​ອະນຸມັດ​ແຜນ​ດັ່ງກ່າວ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງທີ13ທີ່​ຈະ​ຈັດ​ຂຶ້ນ​ຢູ່​ສິງກະ​ໂປ​ໃນ​ເດືອນ​ພະຈິກ​ປີ​ນີ້,ບັນລຸ​ໃຫ້​ເສ​ດຖະກິດອາ​ຊຽນເຊື່ອມ​ໂຍງ​ເຂົ້າກັນ​ໂດຍ​ໄວ.

ລັດຖະມົນຕີ​ກະຊວງ​ເສດຖະກິດ​ຂອງ​ບັນດາ​ປະ​ເທດອາ​ຊຽນ​ແມ່ນ​ອອກ​ຖະ​ແຫຼ​ງການ​ດັ່ງກ່າວ​ໃນ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການຂັ້ນລັດຖະມົນຕີ​ກະຊວງ​​ເສດຖະກິດ​ອາ​ຊຽນຄັ້ງທີ 13 ທີ່​ຈັດ​ຂຶ້ນ​ຢູ່​ບຼູ​ໄນ​ໃນ​ມື້​ດຽວ​ກັນ.ຖະ​ແຫຼ​ງການ​ຂຽນ​ວ່າ,​ປະຈຸ​ບັນ ບັນດາ​ປະ​ເທດ​ອາ​ຊຽນ​ໄດ້​ເຮັດ​ວຽກຢ່າງ​ຫຼວງ​ຫຼາຍ​ທີ່​ມີ​ລັກສະນະ​ທາດ​ແທ້​ເພື່ອ​ຮ່າງແຜນເຊື່ອມ​ໂຍງ​ເສດຖະກິດ​ອາ​ຊຽນ,​ເຊິ່ງລວ​ມທັງ​ມາດ​ຕະການ​ລະອຽດ​ແລະ​ຕາລາງ​ເວລາ​ການ​ບັນລຸ​ການເຊື່ອມ​ໂຍງເສດຖະກິດ​ອາ​ຊຽນ​ໃນ​ປີ2015.