|
![](/images/spacer.gif) |
(GMT+08:00)
2007-05-04 18:23:02
|
ເຈົ້າໜ້າທີ່ສິງກະໂປກ່າວວ່າການຕ້ານການກໍ່ການຮ້າຍຕ້ອງການດຳເນີນໃນລະດັບຮູບຖານຈິດສຳນຶກ
cri
Author: da
ຕາມຂ່າວສານຊິນຮວາ: ວັນທີ3ພຶດສະພານີ້ ຢູ່ສີງກະໂປ ທ່ານໂຫເບງກີ ລັດຖະມົນຕີກະຊວງວຽກງານບໍລິຫານຊັ້ນສູງຂອງສິງກະໂປເວົ້າວ່າ,ການຕ້ານການກໍ່ການຮ້າຍອາໄສແຕ່ມາດຕະການຍຸດຕິທຳແລະການທະຫານແມ່ນບໍ່ພຽງພໍ,ຕ້ອງຕັ້ງໜ້າແກ້ໄຂບັນຫາທີ່ຮູບຖານຈິດສຳນຶກຊ່ອຍລັດທິກໍ່ການຮ້າຍ.
ທ່ານໂຫເບງກີແມ່ນໃຫ້ທັດສະນະດັ່ງກ່າວໃນກອງປະຊຸມຕ້ານການກໍ່ການຮ້າຍແລະຕ້ານອາຊະຍາກຳຂ້າມຊາດຂອງເວທີປຶກສາຫາລືພາກພື້ນອາຊຽນຄັ້ງທີ 5 ທີ່ໄຂຂຶ້ນໃນມື້ດຽວກັນແລະຈະດຳເນີນເປັນເວລາສອງມື້. ທ່ານໂຫເບງກີເວົ້າວ່າ,ຕ້ອງສຳນຶກຮູ້ຢ່າງເຕັມທີ່ຕໍ່ບົດບາດສຳຄັນຂອງຮູບຖານຈິດສຳນຶກແບບຫົວຈັດໃນການກຳເນີດພວກກໍ່ການຮ້າຍແລະຜູ່ສະໜັບສະໜູນຂອງເຂົາ. ຢາກແກ້ໄຂບັນຫານີ້,ກໍ່ຄວນສ້າງຂົວສະພານແຫ່ງຄວາມເຂົ້າໃຈກັນລະຫວ່າງຊຸມຊົນທີ່ຕ່າງກັນ,ສົນທະນາກັນຢ່າງຈິງໃຈ,ລົບລ້າງຄວາມເຂົ້າໃຈຜິດເຊິ່ງກັນແລະກັນ.
|
|
|