ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-04 20:36:35    
ລັດຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ເນັ້ນ​ວ່າ, ຄວາມ​ສາ​ມັກ​ຄີ, ຄວາມ​ໝັ້ນຄົງ​ແລະ​ການ​ພັດ​ທະ​ນາ​ແມ່ນ​ໜ້າ​ທີ່​ຕົ້ນ​ຕໍ 3 ຢ່າງ​ຂອງ​ການ​ແກ້​ໄຂ​ບັນ​ຫາ​ອີ​ຣັກ

cri
ຕາມ​ຂ່າວ CRI: ວັນ​ທີ 4 ພຶ​ດສະພາ​ນີ້, ​ທ່ານ​ຢາງ​ເຈ​ຊຶ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວຄຳ​ປາ​ໄສ​ໃນ​ກອງ​ປະຊຸມ​ຂະຫຍາຍ​ສ່ວນ​ຂອງກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າ​ງປະ​ເທດ​ຂອງ​ປະ​ເທດ​ອ້ອມ​ແອ້ມ​ອີຣັກທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ຊາມ​ເອນ ​ເຊ​ອິ​ກຂອງ​ເອຢິບ, ທ່ານ​ກ່າວ​ເນັ້ນ​ວ່າ​, ຄວາມສາມັກຄີ, ຄວາມ​ໝັ້ນຄົງ​ແລະ​ການ​ພັດທະນາ​ແມ່ນ​ໜ້າ​ທີ່​ຕົ້ນຕໍ 3 ຢ່າງ​ທີ່​ການ​ແກ້​ໄຂ​ບັນຫາ​ອີຣັກປະ​ເຊີນ​ໜ້າ​ກັບ​ໃນ​ປະຈຸ​ບັນ, ​ໃນ​ນັ້ນ​, ຄວາມ​ສາມັກຄີ​ແມ່ນ​ຂໍກະ​ແຈ.

ທ່ານ​ຢາງ​ເຈ​ຊຶກ່າວ​ວ່າ, ຊົນ​ເຜົ່າ​ແລະ​ຝ່າຍ​ສາສະໜາ​ຕ່າງໆ​ຂອງ​ອີຣັກຄວນ​ເພີ່ມ​ທະວີ​ການ​ສົນທະນາ, ຊຸກ​ຍູ້​ຄວາມ​ປອງ​ດອງ​ກັນ, ຮັບປະກັນ​​ໃຫ້ໝົດ​ທຸກ​ຄົນ​ເຂົ້າ​ຮ່ວມ​ຊີວິດ​ການ​ເມືອງ, ​ແບ່ງປັນ​ຊັບ​ສິນ​ຢ່າງ​ສະ​ເໝີພາບ​ກັນ. ປະຊາ​ຄົມ​ໂລກ​ຄວນ​ປະຕິບັດ​ຕາມຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ການ​ສ້າງສາ​ອີຣັກຄືນ​​ໃໝ່​ຢ່າງ​ແທ້​ຈິງ, ​ເສີມ​ຂະຫຍາຍ​ບົດບາດ​ອັນ​ສຳຄັນ​ຂອງ​ສະຫະ​ປະຊາ​ຊາດ​​ເທົ່າ​ທີ່ຄວນ. ທ່ານ​ເວົ້າວ່າ, ຈີນ​​ເດັດດ່ຽວ​ສະໜັບສະໜູນ​ອະທິປະ​​ໄຕ, ​ເອກະລາດ​ແລະ​ດິນ​​ແດນ​ອັນ​ຄົບ​ຖ້ວນ​ຂອງ​ອີຣັກ, ​ມີ​ເຈດ​ຈຳນົງ​ໃຫ້​ແກ້​ໄຂ​ການ​ຂັດ​ແຍ່ງ​ກັນ​ລະຫວ່າງ​ຝ່າຍ​ຕ່າງໆ​ດ້ວຍ​ວິທີ​ສັນຕິພາບ, ປະຊາທິປະ​ໄຕ​ໂດຍ​ຜ່ານ​ຂະ​ບວນການ​ການ​ເມືອງ.

ທ່ານ​ຢາງ​ເຈິ​ຊຶກ່າ​ວວ່າ, ຈີນ​ເອົາ​ໃຈ​ໃສ່​ນຳ​ການ​ຂະຫຍາຍ​ການ​ພົວພັນ​ກັບ​ອີຣັກ. ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ປະຊາ​ຄົມ​ໂລກ, ສືບ​ຕໍ່​ເສີມ​ຂະຫຍາຍ​ບົດ​ບາດ​ທີ່​ມີ​ລັກສະນະ​ສ້າງສັນ​ເພື່ອ​​​ໃຫ້​ອີຣັກບັນລຸ​ຄວາມ​ໝັ້ນຄົງ​ແລະ​ການ​ພັດທະນາ.