ກອງປະຊຸມລັດຖະມົນຕີການເງິນອາຊຽນກັບຈີນ, ຍີ່ປຸ່ນ, ແລະສ.ເກົາຫຼີ ປະກາດຖະແຫຼງການຮ່ວມ
cri
ຕາມຂ່າວສານຊິ່ນຮວາ: ວັນທີ 5 ພຶດສະພານີ້, ກອງປະຊຸມລັດຖະມົນຕີການເງິນອາຊຽນກັບຈີນ, ຍີ່ປຸ່ນ, ແລະສ.ເກົາຫຼີ ກໍ່ຄື 10 ບວກ 3 ຄັ້ງທີ 10 ຈັດຂຶ້ນຢູ່ກຽວໂຕຂອງຍີ່ປຸ່ນ, ຫຼັງກອງປະຊຸມ, ໄດ້ປະກາດຖະແຫຼງການຮ່ວມ.
ຖະແຫຼງການກ່າວວ່າ, ລັດຖະມົນຕີການເງິນ 10 ບວກ 3 ໄດ້ສະແດງຄວາມເຫັນທີ່ເຫັນໄປໃນແງ່ດີຕໍ່ອະນາຄົດທີ່ເສດຖະກິດໃນພາກພຶ້ນເພີ່ມຂຶ້ນໃນປີ 2007, ແລະເຫັນວ່າ, ສະພາບແວດລ້ອມພາຍນອກໄດ້ອຳນວຍເງື່ອນໄຂທີ່ດີໃຫ້ເສດຖະກິດໃນພາກພື້ນຂະຫຍາຍຕົວ. ລັດຖະມົນຕີການເງິນທັງຫຼາຍຍັງໄດ້ສະແດງວ່າ, ໄດ້ເອົາໃຈໃສ່ນຳການທ້າທາຍຍ້ອນປັດໄຈຄວາມສ່ຽງທາງລົບແລ້ວ.
ຖະແຫຼງການກ່າວວ່າ, ລັດຖະມົນຕີການເງິນ 10 ບວກ 3 ເປັນເອກະສັນກັນເຫັນວ່າ, ຄຽງຄູ່ກັບລະດັບໂລກາພິວັດດ້ານເສດຖະກິດນັບມື້ນັບລົງສູ່ລວງເລິກ, ການໃຊ້ນະໂຍບາຍແລະມາດຕະການຍົກສູງຄວາມສາມາດປັບຕົວຂອງເສດຖະກິດໃນພາກພື້ນນັ້ນແມ່ນສຳຄັນຫຼາຍ, ແລະກ່າວຢ້ຳວ່າໃຫ້ຄຳໝັ້ນສັນຍາຂ້ຽວເລັ່ງແລະລົງເລິກການປະຕິຮູບອົງປະກອບ, ປະຕິບັດນະໂຍບາຍເສດຖະກິດມະຫາພາກທີ່ເໝາະສົມ, ລວມທັງນະໂຍບາຍແລະມາດຕະການເພີ່ມຄວາມຕ້ອງການພາຍໃນ, ເພື່ອຊຸກຍູ້ໃຫ້ເສດຖະກິດພາກພື້ນເຕີບໂຕຢ່າງສືບເນື່ອງ.
|
|