ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-06 17:54:21    
ທ່ານ​ອາ​ເມຍ​ເປ​ເຣັສ​ກ່າວ​ວ່າ​ຈະ​ລາ​ອອກ​ຈາກ​ຕຳ​ແໜ່ງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອິສ​ຣາ​ແອນ

cri
ຕາມ​ຂ່າວ CRI: ວັນ​ທີ 5 ພຶດສະພາ​ນີ້, ທ່ານ​ອາ​ເມຍ ​ເປ​ເຣັສ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິສຣາ​ແອນ​ກ່າວ​ວ່າ, ທ່ານ​ອາດ​ຈະ​ປະກາດຂໍ​ລາ​ອອກ​ຈາກຕຳ​ແໜ່​ງຫຼັງຈາກ​ການ​ເລືອກ​ຕັ້ງ​ທົ່ວ​​ໄປ​ຂອງ​ພັກ​ກຳມະກອນ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ນີ້.

ທ່ານ​ເປ​ເຣັສປະ​ຕິ​ເສດ​ບໍ່​ຮັບຮອງ​ການ​ເສຍ​​ໄຊ​ໃນ​ການ​ປະ​ທະ​ກັນ​ລະຫວ່າງ​ອິສຣາ​ແອນ​ກັບ​ພັກ​ເຮັສ​ໂບ​ລາ​ຂອງລີ​ບັງ​ໃນ​ປີ​ກາຍ​ນີ້. ທ່ານ​ຍັງ​ກ່າວ​ວ່າ, ​ຫຼັງຈາກການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ພັກ​ກຳມະກອນ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ນີ້​, ບໍ່​ວ່າ​ໃຜ​ຂຶ້ນ​ຮັບ​ຕຳ​ແໜ່​ງ​ເປັນ​ປະທານ​ພັກກຳມະກອນ, ທ່ານ​ກໍ່​ຈະ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ເລືອກ​ຕັ້ງ​ລັດຖະມົນຕີ​ກະຊວງ​ການ​ເງິນ​ຂອງ​ລັດຖະບານ.