ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-06 19:04:00    
ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປ​ະຈຳ​ກຳ​ປູ​ເຈຍ​ກ່າວ​ວ່າ​ຈະ​ຊຸກ​ຍູ້​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກຳປູ​ເຈຍ​ຢ່າງ​ບໍ່​ຢຸດ​ຢັ້ງ

cri Author: da
ຕາມ​ຂ່າວCRI:ວັນ​ທີ5ພຶດສະພາ​ນີ້ ຢູ່​ພະນົມ​ເປັນ ນາງ​ຈັ່ງ​ຈີ່ນ​ເຟີ້​ງ ເອກ​ອັກຄະ​ລັດ​ຖະທູດ​ຈີນ​ປ​ະຈຳ​ກຳປູ​ເຈຍ​ກ່າວ​ວ່າ​,ຈີນ​ກຳປູ​ເຈຍ​ມີ​ມິດຕະພາບ​ອັນ​ເລິກ​ເຊິ່ງ,ການ​ຮ່ວມ​ມື​ລະຫວ່າງສອງ​ປະ​ເທດ​ໃນ​ດ້ານ​ເສດຖະກິດ​ການ​ຄ້າ ຄົມມະນາ​ຄົມ​ແລະ​ການທ່ອງທ່ຽວ​ຈະ​ໄດ້​ຮັບ​ການຊຸກຍູ້​ຢ່າງ​ບໍ່​ຢຸດຢັ້ງ.

​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ຄະນະ​ນັກ​ຂ່າວ​ຂອງ​ວິທະຍຸ​ໂທລະພາບຂະໜາດ​ໃຫຍ່​ຂອງ​ກິດຈະກຳ"ການ​ເດີນທາງ​ເພື່ອການ​ຮ່ວມ​ມື​ຈີນ​ອາ​ຊຽນ"​ໃນວັນ​ທີ5ພຶດສະພາ​ນີ້ ນາງ​ຈັ່ງ​ຈິ່ນ​ເຟີ້​ງ​ເວົ້າວ່າ,​ແຕ່​ກຳ​ປູ​ເຈຍ​ຟື້ນ​ຟູ​ສັນຕິພາບ16ປີ​ມາ​ນີ້,ລັດຖະບານ​ຈີນ​ໄດ້​​ຜັນ​ຂະຫຍາຍທິດ​ທາງ​ການ​ທູດຕໍ່​ປະ​ເທດ​ອ້ອມ​​ຂ້າງທີ່"ມີ​ມິດຕະພາບ​ກັບປະ​ເທດ​ໃກ້ຄຽງ,​ເປັນ​ໝູ່​ເພື່ອນ​ກັບປະ​ເທດໃກ້​ຄຽງ"ຕະຫຼອດມາ,​ໄດ້​ຊ່ອຍ​ເຫຼືອ​ທີ່​ບໍ່​ເຫັນ​ແກ່​ຕົວຢ່າງ​ຫຼວງ​ຫຼາຍ​ແກ່​ກຳປູ​ເຈຍ,ຊ່ອຍ​ກຳປູ​ເຈຍ​ບັນລຸ​ການພັດທະນາ​ເສດຖະກິດ​ຢ່າງວ່ອງ​ໄວ,ໂຄງການ​ລົງທຶນຂອງວິ​ສາ​ຫະກິດ​ຈີນຢູ່ກຳ​ປູ​ເຈຍ​ກໍ​​ເພີ່ມ​ຂຶ້ນ​ເທື່ອ​ລະ​ກ້າວ,ວິ​ສາ​ຫະກິດ​ຈີນຫຼາຍກວ່າ​ເກົ່າ​ກໍ​ຢາກເພີ່ມ​ທະວີ​ການ​ໄປມາຫາສູ່​ກັນ​ທາງ​ເສດຖະກິດ​ກາ​ນຄ້າ​ກັບ​ກຳປູ​ເຈຍ.ນາງ​ເຫັນ​ວ່າ,ຈີນ​ກຳປູ​ເຈຍ​ມີ​ພື້ນຖານອັນ​ດີງາມ​ໃນ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ ການ​ສຶກສາ ວັດທະນະທຳ ສາທາລະນະ​ສຸກ​ແລະ​ການທ່ອງທ່ຽວ​,ການ​ຮ່ວມ​ມື​ແລະ​ການ​ພັດທະນາ​ລະຫວ່າງ​ສອງ​ຝ່າຍ​ມີ​ອະນາຄົດ​ອັນ​ກວ້າງ​ຂວາງ.