ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-13 20:24:03    
ສະພາ​ແຫ່ງ​ຊາດ​ອີ​ຣັກ​ຄັດ​ຄ້ານ​ສ້າງ​ກຳ​ແພງ​ຂັ້ນ​ເພື່ອ​ຄວາມ​ປອດ​​ໄພ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ12​ພຶດສະພາ​ນີ້​,ສະພາ​ແຫ່ງ​ຊາດ​ອີຣັກ​ໄດ້​ຜ່ານມະຕິ,ຄັດຄ້ານ​ການສ້າງ​ກຳ​ແພງ​ຂັ້ນ​ເພື່ອ​ຄວາມ​ປອດ​ໄພ​ຢູ່​ແບັກ​ແດັດ,​ແລະ​ຮຽກຮ້ອງ​​ໃຫ້ນາຍົກລັດຖະມົນຕີ ນູຣີອານ ມາລີ​ກີ ​ເປັນ​ພະຍານ​ກ່ຽວ​ກັບ​ບັນຫາ​ຄວາມ​ປອດ​ໄພຂອງ​ອີຣັກໃນ​ສະພາ​ແຫ່ງ​ຊາດ​.

ມື້​ດຽວ​ກັນ,ສະພາ​ແຫ່​ງຊາດ​ອີຣັກ​ໄດ້ອະພິ​ຢາຍ​ກັນ​ຢ່າງ​ດຸ​ເດືອດກ່ຽວ​ກັບ​ຫຼາຍ​ບັນຫາ​,​ເຊັ່ນ,ການ​ສ້າງ​ກຳ​ແພງຂັ້ນຢູ່​ແບັກ​ແດັດ,ກ່ຽວ​ກັບທະຫານ​ອາ​ເມລິກາປະຈຳ​ຢູ່​ອີຣັກຕໍ່​ໄປ,ການ​ຫຼອນ​ໂຈມ​ຕີ​ກະທັນຫັນ ພ້ອມທັງການ​ລະ​ເມີດ​ສິດທິ​ມະນຸດ​ເປັນ​ຕົ້ນ,​ໃນ​ທີ່​ສຸດ,​ໄດ້​ຜ່ານ​ມະຕິ​ຄັດຄ້ານ​ສ້າງ​​ກຳ​ແພງ​ຂັ້ນຢູ່​ແບັກ​ແດັດ​ດ້ວຍຜົນ​ທີ່ມີ138ບັດ​ສະໜັບ​ສະ​ໜູນ,88ບັດ​ຄັດຄ້ານ.

ອີງ​ຕາມ​ກົດໝາຍ​ອີຣັກ,ມະຕິ​ດັ່ງກ່າວ​ຕ້ອງ​ໄດ້​ຮັບອະນຸມັດ​ເປັນ​ເອກະສັນ​ກັນ​ຂອງ​ປະທານາ​ທິບໍດີ​ແລະ​ຮອງ​ປະທານາທິບໍດີ​ສອງ​ທ່ານ ຈິ່ງ​ກາຍ​ເປັນ​ກົດໝາຍ​ໄດ້,ຖ້າ​ບໍ່​ດັ່ງ​ນັ້ນກໍ່​ຕ້ອງ​ສົ່ງ​ຄືນ​ໄປ​ພິຈາລະນາ​ຄືນ​ໃໝ່​ໃນສະພາ​​ແຫ່ງ​ຊາດ​​.