ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-16 16:59:08    
ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ອາ​ວຸດ​ລະ​ຫວ່າງ​ອົງ​ການ​ຮາ​ມາສ​ກັບ​ອານ​ຟາ​ຕາ​ເພີ່ມ​ຄວາມ​ຮຸນ​ແຮງ​ຂຶ້ນ​ຕໍ່​ໄປ

cri Author: da
ຕາມ​ຂ່າວCRI: ວັນ​ທີ15ພຶດສະພາ​ນີ້ ການ​ປະ​ທະ​ກັນຢູ່​ແຖບ​ກາຊາລະຫວ່າງ​ອົງການ​ຮາ​ມາສ ຂະ​ບວນຕໍ່ຕ້ານ​ອິສຣາມ​ປາ​ເລັສຕີນກັບ​ອານ​ຟາ​ຕາ ຂະ​ບວນການປົດ​ປ່ອຍ​​ຊາດ​ປາ​ເລັສຕີນ​ໄດ້ເພີ່ມ​ຄວາມຮຸນ​ແຮງ​ຂຶ້ນ​ຕໍ່​ໄປ,​ເຮັດ​ໃຫ້ຄົນ​ເສຍ​ຊີວິດ 15 ຄົນ.ນີ້​ແມ່ນ​ມື້ໜຶ່ງ​ທີ່​ມີ​ຄົນ​​ເສຍ​ຊີວິດຫຼາຍ​ກວ່າ​ໝູ່​ໃນ​ການ​ປະ​ທະ​ກັນ​ລະຫວ່າງ​ສອງ​ຝ່າຍນັບ​ແຕ່​ລັດຖະບານ​ປະສົມ​ແຫ່ງ​ຊາດ​ປາ​ເລັສຕີນ​ສ້າງຕັ້ງຂຶ້ນ​ໃນ​ເດືອນ​ມີນາ​ປີ​ນີ້​ເປັນຕົ້ນມາ.

ຕອນ​ຮຸ່ງ​ເຊົ້າມື້​ນັ້ນ,ສະມາຊິກ​ຂອງ​ກຸ່ມປະກອບ​ອາວຸດ​ຂອງ​ຮາ​ມາສຜູ່ໜຶ່ງ​ຖືກ​ຍິງ​ຕາຍ​ໃນ​ການ​ປະ​ທະ​ກັນ​.ຖັດມາ,ກອງ​ອາລັກຂາທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ 8 ຄົນຖືກກຸ່ມປະກອບ​ອາວຸດ​ຂອງ​ຮາ​ມາສ​ຫຼອນຍິງເສຍຊີວິດຢູ່​ໃກ້​ກັບ​ທ່າ​ເມືອງ​ຄາ​ນີທີ່​ຊາຍ​ແດນ​ປາ​ເລັສຕີນ​ອິສຣາ​ແອນ.ຫຼັງ​ຈາກ​ນັ້ນບໍ່​ເທົ່າ​ໃດ​ຊົ່ວ​ໂມງ,​ເຈົ້າໜ້າ​ທີ່ຮັກສາ​ຄວາມ​ປອດ​ໄພ​ຜູ່​ໜຶ່ງ​ຂອງ​ອານ​ຟາ​ຕາ​ຖືກກຸ່ມປະ​ກອບ​ອາວຸດ​ຂອງ​ຮາ​ມາສ​ຍິງ​ຕາຍຢູ່​ເມືອງກາຊາ.ຫຼັງ​ຈາກ​ນັ້ນ,ມີອີກ5ຄົນເສຍຊີວິດໃນ​ການ​ປະ​ທະ​ກັນ.
ວັນ​ທີ15ພຶດສະພາ​ນີ້ ທ່ານ​ບານ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດໄດ້ສະ​ແດງ​ຄວາມເປັນຫ່ວງທີ່ສຸດນຳ​ການ​ປະ​ທະ​ກັນ​ລະຫວ່າງ​ກຸ່ມຕ່າງໆຂອງ​ປາ​ເລັສຕີນ.

ມື້​ດຽວ​ກັນ ທ່ານທອມ ​ເຄຊີ ຮອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາກ່າວ​ວ່າ,ຊາວ​ປາ​ເລັສຕີນ​ຕ້ອງການ​ສິ່ງ​ແວດ​ລ້ອມ​ທີ່​ປອດ​ໄພ​ແລະ​ໄວ້​​ໃຈ​ໄດ້.

ມື້​ດຽວກັນ ຢູ່​ລີ​ອັດ ນະຄອນຫຼວງ​ອາ​ລາ​ບີ ຊາ​ອູດິດ,ຜູ່ນຳຂອງ 6 ປະ​ເທດ​ສະມາຊິກ​ຄະນະ​ກຳມະກາ​ນຮ່ວມ​ມືອ່າວ​ເປີ​ເຊຍ​ໄດ້​ຮຽກຮ້ອງ​ໃຫ້​ຝ່າຍຕ່າງ​ທຫ​ປາ​ເລັສຕີນຈົ່ງ​ຢຸດ​ຕິການ​ເຄື່ອນ​ໄຫວທີ່​ເປັນ​ປໍ​ລະ​ປັກ​ກັນ​ດ້ວຍ​ກຳລັງ​ອາວຸດທັງໝົດ,​ເພື່ອຮັກສາຄວາມ​ສາມັກຄີ​ແລະ​ສະຖຽນ​ລະ​ພາບ​ພາຍ​ໃນ​ປາ​ເລັສຕີນ.

ນອກ​ນີ້​ຂ່າວ​ແຈ້ງວ່າ,ຕອນ​ເດິກທ່ຽງຄືນ​​ມື້​ດຽວ​ກັນ ທ່ານ​ຮາ​​ນີ​ເຢ ນາຍົກລັດຖະມົນຕີລັດຖະບານປາ​ເລັສຕີນ​ປົກຄອງ​ຕົນ​ເອງ​ກ່າວ​ວ່າ,ອົງການຮາ​ມາສກັບ​ອົງການອານ​ຟາ​ຕາ​ໄດ້​ກ້າວ​ເຖິງຂັ້ນ​ເຊັນ​ສັນຍາ​ຢຸດ​ຍິງ​ສະບັບ​ໃໝ່​​ແລ້ວ,ສອງ​ຝ່າຍ​ເຫັນ​ດີ​ເລີ່​ມຖອນ​ກຸ່ມປະກອບ​ອາວຸດ​ຂອງ​ຕົນ​ຄືນນັບ​ແຕ່ຕອນ​ກາງຄືນ​ມື້​ດຽວ​ກັນ.ນີ້​ແມ່ນສັນຍາ​ສະບັບ​ທີ3ທີ່​ມີ​ເນື້ອ​ໃນຄືກັນ​ທີ່​ສອງ​ຝ່າຍ​ເຊັນກັນແຕ່​ວັນ​ທີ13ພຶດສະພານີ້​ເປັນຕົ້ນມາ.