ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-17 16:27:52    
ລົດ​ໄຟ​ລະ​ຫວ່າງ​ສ.​ເກົາ​ຫຼີ​ກັບ​ສປປ​ເກົາ​ຫຼີ​ເລີ່ມ​ທົດ​ລອງ​ແລ່ນ

cri Author: da

ຕາມ​ຂ່າວCRI:​ວັນ​ທີ​17​ພຶດ​ສະ​ພາ​ນີ້ ຂະ​ບວນລົດ​ໄຟ​ທີ່​ເຊື່ອມ​ຕໍ່​ພາກ​ເໜືອ​ກັບ​ພາກ​ໃຕ້​ແຫຼມ​ເກົາ​ຫຼີ​ໄດ້​ເລີ່ມ​ທົດ​ລອງ​ແລ່ນ,​ຂະ​ບວນ​ລົດ​ໄຟ​ຈະ​ແລ່ນ​ຜ່ານ​ເສັ້ນ​ຊາຍ​ແດນ​ທະ​ຫານ​ເໜືອ​ໃຕ້​ເປັນ​ຄັ້ງ​ທຳ​ອິດ​ຫຼັງ​ຈາກ​ເຄິ່ງ​ສະ​ຕະ​ວັດ​ມາ​ນີ້.

ມື້​ດຽວ​ກັນ ທັງ​ສອງ​ເກົາ​ຫຼີ​ຕ່າງ​ໄດ້​ຈັດ​ພິ​ທີ​ສະ​ຫຼອງ​ການ​ທົດ​ລອງ​ແລ່ນ​ລົດ​ໄຟ​ເຊື່ອມ​ຕໍ່​ເໜືອ​ໃຕ້​ຢູ່​ສະ​ຖາ​ນີ​ມູນ​ຊານ​ແລະ​ສະ​ຖາ​ນີ​ຄຸມ​ກາງ​ຊານ. ຫຼັງ​ຈາກ​ນັ້ນ,​ລົດ​ໄຟ​ຂອງ​ສອງ​ຝ່າຍ​ຕ່າງ​ກໍ​ໄດ້​ທົດ​ລອງ​ແລ່ນ​ຕາມ​ສາຍ​ຈີ​ອົງ​ກູ​ອີ​(ຄື​ຈາກ​ເຊ​ອຸ່ນ​ຮອດ​ຊີ​ນູອີ​ຈູ​ສປປ​ເກົາ​ຫຼີ)​ແລະ​ສາຍດົງ​ໄຫ.​ຢູ່​ສາຍ​ຈີ​ອົງ​ກູ​ອີ,​ລົດ​ໄຟ​ຂອງ​ສ.​ເກົາ​ຫຼີ​ແລ່ນ​ຈາກ​ສະ​ຖາ​ນີ​ມູນ​ຊານ​ຂອງ​ສ.​ເກົາ​ຫຼີ​ຜ່ານ​ບານ​ມູນ​ກິມ​ປະ​ມານ 27 ກິ​ໂລ​ແມັດ​ປາຍ,​ໄປ​ຮອດ​ສະ​ຖາ​ນີ​ໄຄ​ຊົງ​ຂອງ​ສປປ​ເກົາ​ຫຼີ.​ຢູ່​ສາຍ​ດົງ​ໄຫ,ລົດ​ໄຟ​ຂອງ​ສປປ​ເກົາ​ຫຼີ​ຈາກ​ສະ​ຖາ​ນີ​ຄຸມ​ກາງ​ຊານ​ຂອງ​ສປປ​ເກົາ​ຫຼີ ແລ່ນ​ຜ່ານ​ເສັ້ນ​ຊາຍ​ແດນ​ທະ​ຫານ​ໄປ​ປະ​ມານ​25ກິ​ໂລ​ແມັດ​ປາຍ,​ໄປ​ຮອດ​ສະ​ຖາ​ນີ​ເຈ​ຈິນ​ຂອງ​ສ.​ເກົາ​ຫຼີ.

ເຈົ້າ​ໜ້າ​ທີ່​ຈາກ​ວົງ​ການ​ຕ່າງໆ​300​ຄົນ​ຂອງ​ສອງ​ຝ່າຍ​ເຊັ່ນ​ທ່ານ​ລີ​ໄຈ​ຈົງ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ເອ​ກະ​ພາບ​ສ.​ເກົາ​ຫຼີ,​ທ່ານ​ຄຸນ​ຮູ​ອົງ ທີ່​ປຶກ​ສາ​ຮັບ​ຜິດ​ຊອບ​ຂອງ​ລັດ​ຖະ​ບານ​ສປປ​ເກົາ​ຫຼີ,​ທ່ານ​ລີ​ຢົງ​ຊຸບ ລັດ​ຖະ​ມົນ​ຕີ​ກໍ່​ສ້າງ​ຄົມ​ມະ​ນາ​ຄົມ​ສ.​ເກົາ​ຫຼີ​ແລະ​ທ່ານ​ກິມ​ຢົງ​ຊຳ ລັດ​ຖະ​ມົນ​ຕີ​ກະ​ຊວງ​ທາງ​ລົດ​ໄຟ​ສປປ​ເກົາ​ຫຼີ ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ທົດ​ລອງ​ແລ່ນ​ລົດ​ໄຟ​ໃນ​ຄັ້ງ​ນີ້.