ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-18 17:02:47    
ອິສຣາ​ແອນ​ໂຈມ​ຕີ​ກາຊາ​ທາງ​ອາກາດ​ອີກ​ເທື່ອ​ໜຶ່ງ​ເຮັດ​ໃຫ້​9ຄົນເສຍ​ຊີວິດ​ແລະ​ບາດ​ເຈັບ

cri Author: da
ຕາມ​ຂ່າວCRI:ວັນ​ທີ18ພຶດສະພາ​ນີ້ ​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ປາ​ເລັສຕີນ​ກ່າວ​ວ່າ,ມື້​ດຽວ​ກັນ ອີສຣາ​ແອນ​ໄດ້​ຫຼອນ​ໂຈມ​ຕີ​ກາຊາທາງ​ອາກາດ​ອີກ​ເທື່ອ​ໜຶ່ງ,​​ເຮັດ​ໃຫ້​4ຄົນ​ເສຍ​ຊີວິດ,ບາດ​ເຈັບ​5 ຄົນ.

ຜູ່​ເຫັນ​ເຫດການ​ກ່າວ​ວ່າ,ຕອນ​ຂ້ອນ​ແຈ້ງ​ວັນ​ທີ18ພຶດສະພາຕາມ​ເວລາ​ທ້ອງ​ຖິ່ນ,ອິສຣາ​ແອນ​ໄດ້​ຫຼອນ​ໂຈມ​ຕີ​ເຂດ​ພາກ​ຕາ​ເວັນ​ອອກ​ເມືອງ​ກາ​ຊາທາງ​ອາກາດ​ສອງ​ເທື່ອ.​ເທື່ອ​ທີ​ໜຶ່ງ​ແມ່ນ​ຫຼອນ​ໂຈມ​ຕີທີ່​ຕັ້ງຂອງ​ກອງ​ພົນ​ນ້ອຍຄາ​ຊຳ ທີ່​ເປັນ​ກຸ່ມປະກອບ​ອາວຸດ​ສັງກັດ​ອົງການ​ຮາ​ມາສ,ຈາກ​ນັ້ນກໍ​ໄດ້​ຫຼອນ​ໂຈມ​ຕີ​ສະມາຊິກ​ກອງ​ພົນ​ນ້ອຍຄາ​ຊຳທາງ​ອາກາດ​ທີ່​ເຂົາ​ເຈົ້າກຳລັງ​ຍິງລົກແກັດ​ໃສ່​ອິສຣາ​ແອນ,​ເຮັດ​ໃຫ້​​ເຂົາ​ເຈົ້າ​ເສຍ​ຊີ​ວິດ4 ຄົນ.​ເມື່ອ​ຊາວ​ປາ​ເລັສຕີນ​ຫຼາຍ​ສິບ​ຄົນ​ໄປ​ຊ່ອຍ​ກູ້​​ໄພ,ທະຫານ​ອິສຣາ​ແອນ​ໄດ້​ຍິງ​ປືນ​ໃສ່​​ເຂົາ​ເຈົ້າອີກ​ເຮັດ​ໃຫ້ມີ​ຫຼາຍສິບ​ຄົນ​ບາດ​ເຈັບ.

ວັນ​ທີ17ພຶດສະພາ​ນີ້ ອິສຣາ​ແອນ​ເຄີຍ​ຫຼອນ​ໂຈມ​ຕີ​ທາງ​ອາກາດ​ຕໍ່​ພາກ​ເໜືອ​ກາຊາ​ຫຼາຍ​ເທື່ອ,ຍິງ​ຊາວ​ປາ​ເລັສຕີນ​ເສຍ​ຊີວິດ​ຢ່າງ​ໜ້ອຍ7ຄົນ,​​ຫຼາຍ​ສິບ​ຄົນ​ບາດ​ເຈັບ.

ວັນ​ທີ17ພຶດສະພາ​ນີ້,ສັນນິບາດອາ​ລັບ​ແລະ​ເອຢິບ​ຕ່າງກໍ​ໄດ້​ອອກ​ຖະ​ແຫຼ​ງການ,ກ່າວ​ປະນາມ​ທະຫານ​ອິສຣາ​ແອນ​ຫຼອນ​ໂຈມ​ຕີ​ເມືອງ​ກາຊາ​ທາງ​ອາກາດ,​ແລະ​ຮຽກຮ້ອງ​ໃຫ້ຝ່າຍ​ຕ່າງໆ​ຂອງ​ປາ​ເລັສຕີນຢຸດຕິ​ການປະ​ທະກັນ​ໃນ​ທັນທີ.