ຕາມຂ່າວCRI:ວັນທີ20ພຶດສະພານີ້,ຢູ່ດີລີ,ທ່ານໂຈສ ສາໂມສ-ໂຮທາໄດ້ສະບານຕົວຂຶ້ນຮັບຕຳແໜ່ງປະທານາທິບໍດີຕີມໍເລັສເຕ.
ທ່ານໂຮທາກ່າວວ່າ,ທ່ານຈະປະຕິບັດຕາມພາລະໜ້າທີ່ ທີ່ລັດຖະທຳມະນູນແລະກົດໝາຍຂອງລັດມອບໝາຍໃຫ້,ທຳຄວາມພະຍາຍາມສຸດຂີດເພື່ອປົກປັກຮັກສາແລະບູລະນະເສລີພາບແລະຄວາມສາມັກຄີແຫ່ງຊາດ.
ທ່ານໂຮທາໄດ້ຮັບໄຊນະນະໃນການເລືອກຕັ້ງປະທານາທິບໍດີທີ່ຈັດຂຶ້ນໃນເດືອນນີ້,ກາຍເປັນປະທານາທິບໍດີຜູ້ທີສອງນັບແຕ່ຕີມໍເລັສເຕເປັນເອກະລາດໃນປີ2002.
|