ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-20 20:11:23    
ພາຍ​ໃນ​ປາ​ເລັສ​ຕິນ​ເຊັນ​ສັນ​ຍາ​ຢຸດ​ຍິງ

cri

ຕາມ​ຂ່າວCRI:ວັນ​ທີ19​ພຶດສະພາ​ນີ້,ທ່ານມຸສຕາ​ຟາ ບາ​ກູ​ຕີ ລັດຖະມົນຕີວ່າການກະຊວງຖະ​ແຫຼ​ງຂ່າ​ວຂອງລັດຖະບາ​ນປະສົມ​ແຫ່ງ​ຊາດປາ​ເລັສຕິນກ່າວ​ວ່າ,​ໃນ​ວັນ​ທີ19​ພຶດສະພາ​ນີ້,ອົງການ​ຟາ​ຕາ​ແລະ​ອົງການ​ຮາ​ມາສ໌​ໄດ້​ເຊັນ​ສັນຍາ​ຢຸດ​ຍິງ​ອີກ,​ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້ສະຖານະ​ການຊຸດ​ໂຊມ​ລົງ​ຕື່ມ​ອີກ.
ສັນຍາ​ຢຸດ​ຍິງ​ສະບັບ​ນີ້​ແມ່ນ​​ເຊັນ​ຢູ່​ສະຖານທູດ​ເອຢິບ​ປະຈຳ​ກາຊາ,ເມື່ອ​ທ່ານ​ອັບບາສ໌ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​​ປະ​ເລັສຕິນ​ແລະ​ທ່ານ​ຄາ​ເລັດ ມາ​ຊາອັນ ຜູ້ນຳທີ່​ຢູ່​ຕ່າງ​ປະ​ເທດ​ຂອງ​ອົງການ​ຮາ​ມາສ໌​ໄດ້​ຮັບ​ເຫັນ​ດີ​ນຳ​ແລ້ວ​.ສອງ​ຝ່າຍ​ກໍ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ຖອນ​ຜູ້​ປະກອບ​ອາວຸດ​ຂອງ​ໃຜລາວ​,​ມ້າງສິ່ງ​ຂວາງ​ທາງ​ແລະ​ແລ​ກປ່ຽນ​ຕົວ​ປະກັນ.

ຕອນ​ຄ່ຳ​ວັນ​ທີ19​ພຶດສະພາ​ນີ້,ທ່ານ​​ໂຮ​ສນີ ມູບາ​ລັກ ປະທານາທິບໍດີ​ເອຢິບ​ໄດ້​ໂທລະສັບ​ລົມ​​ກັບ​ທ່ານ​ອັບ​ບາສ໌,ຮຽກຮ້ອງ​​ໃຫ້​ຝ່າ​ຍຕ່າງໆຂອງ​ປາ​ເລັສຕິນຈົ່ງ​ຢຸດ​ຍິງ​ໃນ​ທັນທີ,​ແລະປະຕິບັດ​ສັນຍາ​ຍຸດ​ຍິງ​ທີ່​ເຊັນ​ກັນ​ພາຍ​ໃຕ້​ການ​ໄກ່​ເກ່ຍຂອງ​ຜູ້​ຮັກສາຄວາມ​ປອດ​ໄພຂອງ​ເອຢິບ.

ນອກ​ນີ້​,ຂ່າວ​ແຈ້ງວ່າ,​ນັບ​ແຕ່​ວັນ​ທີ19​ພຶດສະພາ​ນີ້​ເປັນ​ຕົ້ນ​ມາ,ອົງການ​ຮາ​ມາສ໌​ແລະ​ອົງການ​ອານ​ຟາ​ຕາ​​ໄດ້​ເລິ່ມປະຕິບັດ​ສັນຍາ​ຢຸດ​ຍິງ​ທີ່​ເຊັນ​ກັນ​ໃນ​ມື້ດຽວ​ກັນ.ຜູ້​​ເຫັນ​ກັບ​ຕາຢືນຢັນ​ວ່າ,ຜູ້​ປະກອບ​ອາວຸດ​ສອງ​ຝ່າຍ​ຕ່າງ​ໄດ້​ຖອນ​ອອກ​ຈາກ​ຈຸດທີ່​ຕັ້ງ​​ໃນ​ເມືອງ​ກາຊາທີ່ພວກ​ເຂົາ​ເຈົ້າຍຶດຄອງນັ້ນ,ສ່ວນ​​ປະຊາຊົນ​ໃນ​ເມືອງ​ທີ່​ຖືກ​ຄຸມ​ໄວ້​ຢູ່​ໃນ​​ເຮືອນ​ຫຼາຍ​ມື້​ແລ້ວນັ້ນ​ກໍ່​​ພາກັນອອກ​ໄປ​ຖະໜົນ​ຫົນທາງ.