ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-20 20:34:03    
ຟອງ​ໃຫຍ່​​ແຄມ​ທະ​ເລ​ອິນ​ໂດ​ເນ​ເຊຍ​ເຮັດ​ໃຫ້​1000​ກວ່າ​ຄົນ​ໜີ​ອອກ​ຈາກ​ບ້ານ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ19​ພຶ​ດສະພາ​ນີ້,ອົງການ​ຄຸ້ມ​ຄອງ​​ໄພພິບັດ​​ຂອງ​ອິນ​ໂດ​ເນ​​ເຊຍ​ກ່າວ​ວ່າ,ຟອງ​ໃຫຍ່ພິ​ລຶກ​ທີ່​ເກີດ​ຢູ່ເຂດແຄມ​ທະ​ເລ​ຂອງຈາ​ວາ, ບາ​ລີ​ແລະອາ​ເຈະເປັນ​ຕົ້ນ​ໄດ້​ເຮັດ​ໃຫ້1000​ຄົນ​​ໜີ​ອອກ​ຈາກ​ບ້ານ​ເກີດ​ເມືອງ​ນອນ.

ໃນ​ເວລາ​ເກີດ​ມີ​ຟອງ​ໃຫຍ່,​ປະຊາຊົນ​ແຄມ​ທະ​ເລ​ຍ້ອນ​ຢ້ານ​ເກີດ​ໄພ ຄື້ນຊຶນາ​ມິ,ກໍ່​ພາກັນ​ໜີ​ໄປ​ບ່ອນ​ສູງ.ພາກສ່ວນ​ອຸ​ຕຸ​ນິຍົມ​ແລະທໍລະນີ​ສາດ​ຂອງ​ອິນ​ໂດ​ເນ​ເຊຍ​ກ່າວ​ເຕືອນ​ວ່າ,ຟ​ອງທະ​ເລຈະສືບຕໍ່​ໄປ​ຮອດ​ວັນ​ທີ20​ພຶດສະພານີ້,ຫວັງ​​ໃຫ້ຊາວ​ປະມົງ​ຢ່າ​ໄປ​ຫາ​ປາ​ຢູ່​ທະ​ເລ,ນັກ​ທ່ອງ​ທ່ຽວ​ຢູ່​ໄກ​ກັບ​ຫາ​ດຊາຍ​ທະ​ເລ​ເພື່ອ​ຫຼີກ​ເວັ້ນ​ບໍ່​ໃຫ້​ເກີດມີ​ໄພ​ອີກ.

ຍ້ອນ​ວ່າ,ກ່ອນ​ໜ້າ​ນີ້​ບໍ່​ໄດ້​ເກີດ​ມີ​ໄພ​ແຜ່ນດິນ​​ໄຫວ​ຫຼືລົມພາຍຸ,ຫວ່າງ​ມໍ່ໆ​ນີ້,ພາກສ່ວນ​ອຸຕຸນິຍົມ​ຍັງບໍ່​ສາມາດ​ອະທິບາຍ​ສາ​ເຫດ​ທີ່​ເກີດ​ຟອງໃຫຍ່​​ໃນ​ເນື່ອທີ່​ກວ້າງ​.ມື້​ດຽວ​ກັນ,ຍ້ອນຖື​ກຜົນ​ສະທ້ອນ​ຈາກ​ລົມ​ແຮງ​ແລະ​ຟອງ​ໃຫຍ່,​ວັນ​ທີ19​ພຶດສະພາ​ນີ້,​ເຈົ້າ​ໜ້າ​ທີ່​ຈັງ​ຫວັດ​ພູ​​ເກດ ​ເຊິ່ງ​ເປັນ​ແຫ່ຼງທ່ອງ​ທ່ຽວພັກຜ່ອນ​ຢູ່​ພາກ​ໃຕ້​ຂອງ​ໄທ​ໄດ້​ສັ່ງ​ໃຫ້​ປິດຫາດ​ຊາຍ​ ​ທັງ​ໝົດ​ທີ່​ເປີດ​ໃຫ້​ທ່ຽວ,ພ້ອມ​ທັງ​ຫ້າມ​ບໍ່​ໃຫ້​ເດີ​ນ​ໄປ​ທ່ຽວ​ສູ່​ທ​ະ​ເລ,​ເພື່ອ​ຫຼີກ​ເວັ້ນ​ບໍ່​ໃຫ້​ເກີດ​ເຫດການ​ນອກ​ຄາດຄຶດ.