ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-24 20:02:29    
ການ​ສົນ​ທະ​ນາ​ເສດ​ຖະ​ກິດ​ດ້ານ​ຍຸດ​ທະ​ສາດ​ຈີນ​ອາ​ເມ​ລິ​ກາ​ຄັ້ງ​ທີ2​ອັດ​ລົງ

cri Author: da
ຕາມ​ຂ່າວCRI: ວັນ​ທີ23ພຶດສະພາ​ນີ້ ການ​ສົນທະນາ​ເສດຖະກິດດ້ານ​ຍຸດ​ທະ​ສາດ​ຈີນ​ອາ​ເມ​ລິ​ກາ​ຄັ້ງທີ2​ໄດ້ອັດ​ລົງຢູ່​ວໍ​ຊິງ​ຕັນ​ນະຄອນ​ຫຼວງ​ອາ​ເມ​ລິ​ກາ.​ໃນ​ການ​ເຈລະຈາ​ທີ່​ດຳ​ເນີນ​ເປັນ​ເວລາ​ສອງ​ມື້,ຈີນ​ອາ​ເມ​ລິ​ກາ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ຕ່າງໆ,​ແລະ​ກ້າວ​ເຖິງ​ຂັ້ນມີ​ຄວາມ​ເຫັ​ນ​ຫຼາຍ​ຂໍ້​ເປັຍ​ເອກະ​ພາບ​ກັນ.

​ໃນ​ພິທີ​ອັດ​ປະຊຸມ ທ່ານ​ນາງ​ອູ​ອີ ຜູ່​ຕາງໜ້າ​ພິ​ເສດ​ຂອງ​ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ ຮອງ​ນາຍົກລັດຖະມົນຕີ​ໄດ້​ກ່າວ​ຄຳ​ປາ​ໄສ​ຊີ້​ອອກ​ວ່າ,ການ​ເຈລະຈາ​ໄດ້​ຫາ​ລື​ກັນ​ຢ່າງ​ເລິກ​ເຊິ່ງກ່ຽວກັບບັນຫາ​ເສດຖະກິດມະຫາ​ພາກ ຍຸດ​ທະ​ສາດ​ແລະ​ຍາວ​ນານ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ,​ໄດ້​ຮັບ​ຜົນຕົວ​ຈິງ​ຈຳນວນ​ໜຶ່ງ.ນາງ​ຮຽກຮ້ອງ​ໃຫ້​ສອງ​ຝ່າຍ​ຈົ່ງ​ປຶກສາ​ຫາລື​ແລະ​ສົນທະນາ​​ໂດຍ​ກົງ​ກ່ຽວ​ກັບ​ບັນຫາ​ເສດຖະກິດ​ການ​ຄ້າ,​ບໍ່​ຄວນນຳ​ໃຊ້​ການ​ຂົ່ມຂູ່​ແລະ​ການ​ລົງ​ໂທດຕາມ​ລຳພັງ​ໃຈ.

ທ່ານ​ເຮ​ນຣີ ພາວ​ເຊິ​ນ ຜູ່​ຕາງໜ້າ​ພິ​ເສດ​ຂອງ​ທ່ານຈອດ໌​ບຸ​ສປະທານາ​ທິບໍດີອາ​ເມ​ລິ​ກາ ລັດຖະມົນຕີ​ກະຊວງ​ການ​ເງິນ​ໄດ້ກ່າວ​ຄຳ​ປາ​ໄສ​ໂດຍ​ຊີ້​ອອກ​ວ່າ,ຈີນ​ອາ​ເມ​ລິ​ກາ​ໄດ້​ກ້າວ​ເຖິງ​ຂັ້ນມີ​ຄວາມ​ເຫັນ​ທີ່​ເປັນ​ເອກະ​ພາບ​ກັນ​ຢ່າງ​ກວ້າງຂວາງ​ໃນ​ຂົງ​ເຂດ​ສຳຄັນ​ຕ່າງໆ​ເຊັ່ນ​ການ​ບໍລິການ​ທາງ​ການ​ເງິນ ພະລັງງານ​ແລະ​ສິ່ງ​ແວດ​ລ້ອມ ການບິນ​ພົນລະ​ເຮືອນ​.