ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-27 18:32:52    
ອິສ​ຣາ​ແອນ​ສືບ​ຕໍ່​ໂຈມ​ຕີ​ກາ​ຊາ​ທາງ​ອາ​ກາດ ຜູ່​ປະ​ກອບ​ອາ​ວຸດ​ປາ​ເລັສ​ຕິນ​ຫຼອນ​ໂຈມ​ຕີ​ຕຳ​ຫຼວດ​ອິສ​ຣາ​ແອນ

cri
ຕາມ​ຂ່າວCRI, ວັນ​ທີ26​ພຶດສະພາ​ນີ້,ກອງ​ທະຫານ​ອິສຣາ​ແອນ​ສືບ​ຕໍ່​ດຳ​ເນີນ​ການໂຈມ​ຕີ​ທາງ​ອາກາດຕໍ່​ເປົ້າ​ໝາຍ​ຂອງ​ອົງການ​ຮາ​ມາສຢູ່​ກາຊາ.

ມື້​ດຽວ​ກັນ,ກອງ​ທະຫານ​ອິສຣາ​ແອນ​ໄດ້​ໂຈມ​ຕີ​ກາຊາ​ທາງ​ອາກາດ​ລວມ​4​ເທື່ອ,​ຝ່າຍ​ຮາ​ມາສ​ຢືນ​ຢັນ​ວ່າ,ສະມາຊິກ​ສອງ​ຄົນ​ຂອງ​ອົງການ​ດັ່ງກ່າວ​​ໄດ້ເສຍ​ຊີວິດ​ໃນ​ການ​ຫຼອນ​ໂຈມ​ຕີ.

ນອກ​ນີ້,ຕາມ​ຂ່າວ​ແຈ້ງວ່າ,ຕອນ​ຄ່ຳ​ວັນ​ທີ26​ພຶດສະພາ​ນີ້,ຢູ່​ກາງ​ທາງ​ໄປ​ປະຕິບັດ​ໜ້າ​ທີ່​ຢູ່​ປ້ອມ​ກວດກາ​ແຫ່ງ​ໜຶ່ງຢູ່​​ເຢລູຊາ​ເລັມ,ຜູ່​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ອິສຣາ​ແອນຖືກ​ຜູ່​ປະ​ກອບ​ອາ​ວຸດ​ປາ​ເລັສຕິນສອງ​ຄົນ​ຫຼອນ​ໂຈມ​ຕີ,​ເຮັດ​ໃຫ້​ຜູ່​ປ້ອງ​ກັນ​ຄວາມ​ປອດ​ໄພ​ອິສຣາ​ແອນ​ສອງ​ຄົນ​ຖືກ​ບາດ​ເຈັບ.ຈາກ​ນັ້ນ,ກອງ​ປ້ອງ​ກັນ​ຄວາມ​ປອດ​ໄພ​ອິສຣາ​ແອນ​ຍິງ​ປືນຕ່າວ​ຕີ​ຄືນ,​ໄດ້​ຍິງ​ຜູ່​ຫຼອນ​ໂຈມ​ຕີ​ສອງ​ຄົນ​ນັ້ນ​ຕາຍ.ນອກ​ນີ້,​ໃນ​ການ​ຍິງ​ປືນ​ໃສ່​ກັນ,​ຍັງ​ມີ​ຄົນ​ເດີນ​ທາງ​ຜູ່​ໜຶ່ງ​ຂອງ​ປາ​ເລັສ​ຕິນ​ໄດ້​ຮັບ​ບາດ​ເຈັບ​ສາຫັດ,​ແລ້ວ​ເສຍ​ຊີວິດ​ຍ້ອນ​ປົວ​ບໍ່​ໄດ້.​ອົງ​ການ​ກອງ​ພົນ​ນ້ອຍ​ຜູ່​ເສຍ​ສະ​ຫຼະ​ອານ​ອັກ​ຊາ​ເຊິ່ງ​ເປັນອົງການ​ປະກອບ​ອາວຸດ​ຂອງ​ປາ​ເລັສ​ຕິນ​ໄດ້​ປະ​ກາດ​ຮັບ​ຜິດ​ຊອບ​ຕໍ່​ເຫດ​ການ​ດັ່ງ​ກ່າວ.