ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-05-29 11:55:07    
ອາ​ເມ​ລິ​ກາ​ແລະ​ອີ​ຣານ​ຈັດ​ກາ​ນ​ເຈ​ລະ​ຈາ​ສອງ​ຝ່າຍ​ລະ​ດັບ​ສູງ​ສຸດ​ໃນ​28​ປີ​ມາ​ນີ້

cri

ຕາມ​ຂ່າວCRI,ວັນ​ທີ28​ພຶດສະພາ​ນີ້,ຢູ່​​ແບັກ​ແດດ ນະຄອນຫຼວງ​ອີຣັກ, ອາ​ເມ​ລິ​ກາ​ແລະ​ອີຣານ​ໄດ້​ຈັດການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ອີຣັກຢ່າງ​ເປັນ​ທາງ​ການ​ເປັນ​ເວລາ4​ຊົ່ວ​ໂມງ.

ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນພາຍຫຼັງ​ການ​ເຈ​ລະ​ຈາ​,ທ່ານ​ຣີ​ອານ ​​ໂຄຼ​ເຄີ ​ເອກ​ອັກຄະ​ລັດ​ຖະທູດ​ອາ​ເມ​ລິ​ກາ​ປະຈຳ​ອີຣັກກ່າວ​ວ່າ,ການ​ເຈລະຈາ​​ໄດ້​ດຳ​ເນີນ​ໄປ​ຢ່າງ​ຕັ້ງໜ້າ,ສອງ​ຝ່າຍ​ໄດ້​ມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນຢ່າງ​ກວ້າງຂວາງ​ໃນ​ດ້ານ​ນະ​ໂຍບາຍ​ຕໍ່​ອີ​ຣັກ.ຜ່ານ​ຈາກ​ການ​ເຈລະຈາ,ອາ​ເມ​ລິ​ກາ​ໄດ້​ຮັບ​ຮູ້​ນະ​ໂຍບາຍ​ຂອງ​ອີຣານທີ່​ມີ​ຕໍ່​ອີຣັກ,​ທ່ານ​ຫວັງ​ໃຫ້​ອີ​ຣານ​ໃຊ້​ການ​ເຄື່ອນ​ໄຫວ​ຕົວ​ຈິງ​ຜັນ​ຂະຫຍາຍ​ນະ​ໂຍບາຍ​ເຫຼົ່ານີ້.​ທ່ານ​ໂຄຼ​ເຄີ​ຍັງ​ເຜີຍ​ໃຫ້​ຮູ້​ວ່າ,​ໃນ​ການ​ເຈລະຈາ​,ອີຣານ​ໄດ້ວາງ​ຂໍ້​ສະ​ເໜີ​ອັນ​ຕັ້ງໜ້າ​ກ່ຽວ​ກັບ​ການ​ສ້າງ​ກົນ​ໄກ​ສາມ​ຝ່າຍ​ຄື​ອາ​ເມ​ລິ​ກາ,ອີຣານ​ແລະ​ອີຣັກກ່ຽວ​ກັບບັນຫາ​ຄວາມ​ປອດ​ໄພ​ຂອງ​ອີຣັກ.

ໃນ​ການ​ເຈລະຈາ,ທ່ານ​ຮາ​ຊັນ ຄາ​ຊີ​ມີ ​ໂຄ​ມີ ເອກ​ອັກຄະ​ລັດຖະທູດ​ອີ​ຣານ​ປະ​ຈຳ​ອີ​ຣັກ​ກ່າວ​ເນັ້ນ​ວ່າ,​ອີຣານ​ສະ​ໜັບ​ສະ​ໜູນ​ປະ​ຊາ​ຊົນ​ແລະ​ລັດຖະບານ​ອີຣັກ​ຢ່າງ​ໝັ້ນ​ໜຽວ​ໃນ​ດ້ານ​ຕ່າງໆ​ເຊັ່ນ​ການ​ເມືອງ,​ເສດຖະກິດ​ແລະ​ຄວາມ​ປອດ​ໄພ​ເປັນ​ຕົ້ນ,​ເຄົາ​ລົບ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ອີຣັກ, ​ຈະ​ບໍ່​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ອີ​ຣັກ​ຢ່າງ​ເດັດ​ດ່ຽວ,​ສະ​ໜັບ​ສະ​ໜູນ​ອີຣັກທຳ​ຄວາມ​ພະຍາຍາມ​ເພື່ອ​ສ້າງສາ​ຄວາ​ມໝັ້ນຄົງຄືນ​ໃໝ່.

ນອກ​ນີ້, ຂ່າວ​ແຈ້ງວ່າ,ກ່ອນ​ການ​ເຈລະຈາ,ທ່ານ​ນູຣີ ອານ ມາລີ​ຄີ ນາຍົກລັດ​ຖະ​ມົນ​ຕີ​ອີ​ຣັກ​ກ່າວ​ວ່າ,​ຫວັງ​​ໃຫ້ການ​​ເຈລະຈາ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ອີ​ຣານ​ກາຍ​ເປັນ​ບາດ​ກ້າວ​ສຳຄັນ​ທີ່​ຊຸກຍູ້​ຄວາມ​ປອດ​ໄພ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແຫ່ງ​ນີ້,​ແລະ​ແຜ້ວ​ທາງ​ໃຫ້​ແກ່​ການ​ເຈລະຈາ​ຫຼາຍ​ກວ່າ​ເກົ່າ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ອີຣັກ.