ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-10 19:22:45    
"ປີ​ຈີນ ສັບປະດາ​ຊຽງ​ໄຮ້" ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ແຊງ​ປີ​ເຕີບວກຂອງຣັດ​ເຊຍ

cri
ຕາມ​ຂ່າວ​ສານ​ຊິ່ນ​ຮວາ: ວັນ​ທີ 9 ມິຖຸນາ​ນີ້, ພິທີ​ໄຂ​ງານ​ "ປີ​ຈີນ ສັບປະດາ​ຊຽງ​ໄຮ້​" ​ໄດ້​ຈັດ​ຂຶ້ນ​ຢູ່​ເຂດ​ໂຄງການ "ມຸກດາ​ຂອງ​ທະ​ເລ​ບານ​ຕິກ" ​ເຊິ່ງ​ເປັນ​ໂຄງການຈີນ​ລົງທຶນ​ໂດຍ​ກົງຂະໜາດ​​ໃຫຍ່​ກວ່າ​ໝູ່​ຢູ່ຣັດ​ເຊຍ​ທີ່​ຕັ້ງ​ຢູ່​​ແຊງ​ປີ​ເຕີບ​ວກ. ມື້​ດຽວ​ກັນ, ສະຖານ​ທີ່​ດຽວ​ກັນຍັງ​ໄດ້​ຈັດ​ພິທີ​ສ້າງສູນ​ການ​ຄ້າຂອງ​ຕຶກ "ມຸກດາ​​ທະ​ເລບານ​ຕິກ" ​ເຊິ່ງ​ເປັນ​ສິ່ງ​ກໍ່ສ້າງຫຼັງທຳ​ອິດ​ໃນ​ເຂດ​ໂຄງການ​ນີ້.

ທ່ານ​ນາງ​ອູ​ອີ ຮອງ​ນາຍົກລັດຖະມົນ​ຕີ​ຈີນ​ໄດ້​ເຂົ້າ​ຮ່ວມ​ກິດຈະ​ກຳ​ດັ່ງກ່າວ, ​ແລະ​ໄດ້​ເປີດ​ຜ້າ​ປົກປ້າຍ​ສູນ​ການ​ຄ້າດັ່ງກ່າວ.

​ໃນ​ພິທີ​ໄຂ​ງານ, ທ່ານ​ຮານ​ເຈິ້ງ ​ເຈົ້າ​ຄອງກຳ​ແພງ​ນະຄອນ​ຊຽງ​ໄຮ້​ກ່າວ​ວ່າ, ຈາກ​ກິດຈະກຳ​ທີ່​ມີ​ຫຼາຍສີສັນ​​ເທື່ອ​ນີ້​, ສາມາດ​ເຮັດ​ໃຫ້​ປະຊາຊົນຣັດ​ເຊຍ​ຮູ້ຈັກ, ​ເຂົ້າ​ໃຈ​ແລະ​ມັກ​ຊຽງ​ໄຮ້​ຫຼາຍກວ່າ​ເກົ່າ.

​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ, ທ່ານ​ອາ​ເລກ​ຊານ​ດາ ວັກ​ມິ​ສຕຼົບ ຮອງ​ເຈົ້າ​ ​ເມືອງ​ແຊງ​ປີ​ເຕີບ​ວກກ່າວ​ວ່າ, ຫວັງ​ວ່າ, ການ​ຮ່ວມ​ມື​ລະຫວ່າງ​ບໍລິສັດຣັດ​ເຊຍ​ກັບ​ບໍລິສັດ​ຈີນ​ຄົງຈະມີ​ການ​ຂະຫຍາຍຕົວ​ຕື່ມ​ອີກ.