ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-15 17:56:40    
ທ່ານ​ອັບ​ບາສ​ປະ​ກາດ​ປົດ​ຕຳ​ແຫນ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ທ່ານ​ຮາ​ນີ​ເຢ

cri
ຕາມ​ຂ່າວ CRI:ວັນ​ທີ 14 ມິຖຸນາ​ນີ້ ຢູ່​​ເມືອງ​ລາມາ​ລາ​ທີ່​ຕັ້ງ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ​ນ້ຳ​ຈໍ​ແດນ ທ່ານອັບບາສ ປະ​ທານ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ໄດ້​ປະ​ກາດ​ລັດ​ຖະ​ດຳ​ລັດ​ປົດ​ຕຳ​ແຫນ່ງ​ຂອງ​ທ່ານ​ຮາ​ນີ​ເຢ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ລັດ​ຖະ​ບານ​ປະ​ສົມ​ແຫ່ງ​ຊາດ​ແລະ​ປະກາດພາວະ​ສຸກ​ເສີນ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ແລະ​ແຖບ​ກາຊາ.

ຕອນຮຸ່ງ​ເຊົ້າ​ວັນ​ທີ15ມິຖຸນາ​ນີ້,ທ່ານ​ອາ​ນີ​ເຢ ຜູ່​ນຳ​ອົງການ​ຮາ​ມາສ​ໄດ້​ປະຕິ​ເສດ​ບໍ່​ຮັບ​ເອົາ​ການ​ຕົກລົງ​ຂອງ​ທ່ານ​ອັບ​ບາສ,​ກ່າວ​ວ່າ​ຈະ​ສືບ​ຕໍ່​ຮັກສາ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ລັດ​ຖະ​ບານ.​ທ່ານ​ຮາ​ນີ​ເຢ​ຍັງ​ປະ​ຕິ​ເສດ​ບໍ່​ຮັບ​ຮູ້​ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່​ສ້າງ​ຕັ້ງ​ປະ​ເທດ​ເອ​ກະ​ລາດ​ຢູ່​ກາ​ຊາ.​ທ່ານ​ຮຽກ​ຮ້ອງ​ໃຫ້​ສິ້ນ​ສຸດ​ການ​ປະ​ທະ​ກັນ​ດ້ວຍ​ຄວາມ​ຮຸນ​ແຮງ,​ຟື້ນ​ຟູ​ຄວາມ​ຄວາມ​ສະຫງົບ​ໃນ​ກາຊາ.

ມື້​ດຽວ​ກັນ, ຢູ່​ວໍ​ຊິງ​ຕັນ ​ນາງ​ຄອນ​ໂດ​ລີ​ຊາໄລ​ສ໊ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ, ອາ​ເມ​ລິ​ກາ​ສະຫນັບສະຫນູນ​ການ​ຕົກລົງ​ຂອງ​ທ່ານ​ອາບັສ.ນາງກ່າວ​ວ່າ,ການ​ຕົກລົງ​ຂອງ​ທ່ານ​ອັບ​ບາສ​ແມ່ນ​ເພື່ອ​ເຮັດ​ໃຫ້​ວິ​ກິດ​ການ​ທີ່​ປາ​ເລັສ​ຕິນປະ​ເຊີນ​ນັ້ນ​ສິ້ນ​ສຸດ​ລົງ​ແລະ​ສະໜອງ​​ໂອກາດ​ໃຫ້​ຄົນ​ປາ​ເລັສຕິນກັບ​ຄືນ​ສູ່​ສັນຕິພາບ

ວັນ​ທີ 14 ມິ​ຖຸນາ​ນີ້,​ເຈົ້າ​ຫນ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ປາ​ເລັສ​ຕິນ​ກ່າວ​ວ່າ,​ມື້​ດຽວ​ກັນ,​ກອງ​ປະ​ກອບ​ອາ​ວຸດ​ຂອງ​ອົງ​ການ​ຮາ​ມາສ​ໄດ້​ປິດ​ລ້ອມ​ແລະ​ບຸກ​ໂຈມ​ຕີ​ທີ່​ພຳ​ນັກ​ຂອງ​ທ່ານ​ອາ​ບັສ​ຢູ່​ເມືອງ​ກາ​ຊາ,​ແລະ​ໄດ້​ປຸ້ນ​ເຮືອນ​ຂອງ​ທ່ານ​ອາ​ບັສ ​ແລະ​ເຮືອນ​ຂອງ​ທ່ານ​ດາ​ເຮີ​ລານ ຜູ່​ຊ່ວຍ​ທີ່​ໄດ້​ໃຈຂອງ​ທ່ານ​ອາບັສ.