ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-20 11:59:06    
ອົງ​ການ​ອານ​ຟາ​ຕາ​ຕົກ​ລົງ​ຕັດ​ການ​ພົວ​ພັນ​ທັງ​ໝົດ​ກັບ​ອົງ​ການ​ຮາ​ມາສ໌ ຜູ້​ນຳ​ອາ​ເມ​ລິ​ກາ​ແລະ​ອິສ​ຣາ​ແອນ​ກ່າວ​ວ່າ​ສະ​ໜັບ​ສະ​ໜູ​ບທ່ານ​ອັບ​ບາສ

cri

ຕາມ​ຂ່າວCRI:ວັນ​ທີ19​ມິຖຸນາ​ນີ້,ຄະນະ​ກຳມະການ​ສູງ​ກາງ​ອົງການ​ອານ​ຟາ​ຕາ​ຕົກລົງ​ວ່າ,ຈະ​ຕັດ​ການ​ຕິດ​ຕໍ່ພົວພັນ,ການ​ສົນທະນາຫຼືການ​ພົບ​ປະ​ທຸກຮູບແບບ​​ແລະ​ທຸກ​ລະດັບກັບ​ອົງການ​ຮາ​ມາສ໌,ຈົນ​ຮອດ​ອົງການ​ຮາມາສ໌ສິ້ນ​ສຸດການລັດຖະປະຫານ​ທາງ​ການທະຫານ​ຢູ່​ແຖບ​ກາຊາ,ຟື້ນ​ຟູ​ສະຖານະ​ການ​ທີ່​ເປັນປົກກະຕິ.

ວັນ​ທີ19​ມິຖຸນາ​ນີ້,ຢູ່​ທຳນຽບຂາວ,ທ່ານ​ຈັອດ ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ພົບ​ປະ​ທ່ານ​ເຮ​ຮູດ ​ໂອ​ເມິ​ດ ນາຍົກລັດຖະມົນຕີອິສຣາ​ແອນ,ສອງ​ຝ່າຍ​ເປັນ​ເອກະສັນ​ກ່າວ​ວ່າ​ສະໜັບສະໜູນ​ທ່ານ​ອັບ​ບາສ ປະທານ​ອົງການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສຕິນ​ແລະ​ລັດຖະບານ​ຮັກສາ​ການ​ທີ່​ສ້າງ​ຕັ້ງ​ຂຶ້ນ​ໃໝ່.​ໃນ​ກອງ​ປະຊຸມ​ຂ່າວ,ທ່າ​ຍບຸ​ສຍັງ​ກ່າວ​ວ່າ,ລັດຖະບານ​ອາ​ເມ​ລິ​ກາ​ແລະ​ອິສ​ຣາ​ແອນ​ພວມ​ວາງ​ຍຸດ​ທະ​ສາດ​ຮ່ວມ​ເພື່ອ​ໂຈມ​ຕີພວກ​ຫົວຈັດ​ຂອງ​​ແຖບ​ກາຊາ.ທ່ານ​ໂອ​​ເມິ​ດກ່າວ​ວ່າ,ທ່ານ​ຈະຮ່ວມ​ມື​ກັບ​ທ່າ​ນອັບ​ບາສຢ່າງ​ສຸດ​ຂີດ,ສ້າງ​ໂອກາດ​ໃຫ້​ປາ​ເລັສຕິ​ນສ້າງຊາດ,​ແຕ່​ປະຖົມ​ປັດ​ໄຈ​ທີ່​​ໃຫ້​ສະຖານະການ​ຕາ​ເວັນ​ອອກ​ກາງ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ນັ້ນ​ແມ່ນລັດຖະບານ​ປາ​ເລັສຕິນທຳ​ຄວາມ​ພະຍາຍາມ​ຫຼາຍກວ່າ​ເກົ່າ​ໃນ​ດ້ານ​ຄວາມ​ປອດ​ໄພ.

ຕອນ​​ເຊົ້າວັນ​ທີ19​ມິຖຸນາ​ນີ້,ທ່ານ​ບານ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ຕ່າງ​ໄດ້​​ໂທລະສັບ​ລົມ​ກັບ​ທ່ານ​ອັບ​ບາສ,ທ່ານ​ຊາ​ລາມ ຟາ​ຢັດ ນາຍົກລັດຖະ
ມົນຕີ​ປາ​ເລັສຕິນ​ແລະ​ທ່ານ​ດາວ​ດ໌ ຮາ​ທິບ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ຊອດ​ດາ​ນີ,ກ່າວ​ລື້​ມວ່າ​ສະໜັບສະໜູນ​ທ່ານ​ອັບ​ບາສ໌