ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-22 20:45:03    
ກອງ​ປະ​ຊຸມ​ສົນ​ທະ​ນາ​ຍຸດ​ທະ​ສາດ​ຈີນ​ອາ​ເມ​ລິ​ກາ​ຄັ້ງ​ທີ​4​ໄດ້​ອັດ​ລົງ

cri
ຕາມ​ຂ່າວCRI,ກອງ​ປະຊຸມ​ສົນທະນາ​ຍຸດ​ທະ​ສາດ​ຈີນ​ອາ​ເມ​ລິ​ກາ​ຄັ້ງ​ທີ4​ທີ່​ດຳ​ເນີນ​ເປັນ​ເວລາ2​ມື້​ຢູ່​ວໍ​ຊິງ​ຕັນ​ໄດ້​ອັດລົງ​ແລ້ວ​ໃນ​ວັນ​ທີ21​ມິຖຸນາ​ນີ້.ທ່ານ​ຕ້າຍ​ປິງ​ໂກວ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ແລະ​ທ່ານ​ຈອນ ​ເນ​ໂກຼພອນ​ທ໌ ລັດ​ຖົມ​ນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ນຳພາ​ຄະນະ​ຜູ່​ແທນ​ຂອງ​ປະ​ເທດ​ຕົນ​​ເຂົ້າ​ຮ່ວມ​ກອງ​ປະຊຸມແລກປ່ຽນ​ຄວາມ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ​ແລະ​ເລິກ​ເຊິ່ງ ​ຍຸດ​ທະ​ສາດ,ຍາວ​ນານ​ແລະ​ພາກສ່ວນ​ລວມຂອງ​ການ​ພົວພັນລະຫວ່າງ​ສອງ​ປະ​ເທດ​ພ້ອມ​ດ້ວຍ​ບັນຫາສຳຄັນ​ໃນ​ສາກົນ​ແລະ​ພາກ​ພື້ນ​ທີ່​ສົນ​ໃຈ​ນຳ​ກັນ.

ສອງ​ຝ່າຍ​ກ່າວ​ວ່າ​ຈະ​ຜັນ​ຂະ​ຫບາຍ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນ​ທີ່​ສຳ​ຄັນ​ທີ່​ປະມຸກ​ລັດ​ສອງ​ປະ​ເທດ​ຕົກ​ລົງ​ກັນ,​ເປີດ​ກວ້າງ​ຜົນ​ປະ​ໂຫຍ​ດຮ່ວມ​ເລື້ອຍໆ,​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ການຮ່ວມ​ມື​ກັນ,​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ຍຸດ​ທະ​ສາດ​ບົນ​ພື້ນ​ຖານ​ທີ່​ສະ​ເໜີ​ພາບ​ແລະ​ເຄົາລົບ​ເຊິ່ງກັນ​ແລະ​ກັນ,ພ້ອມ​ກັນ​ຮັບປະກັນ​ໃຫ້ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ​ຂະ​ຫຍາ​ຍຕົວຢ່າງ​ປອດ​ໃສ​ແລະ​ໝັ້ນ​ທ່ຽງ​ໃນ​ໄລຍະ​ຍາວ​ນານ.ສອງ​ຝ່າຍ​ເຫັນ​ວ່າ,​ຕ້ອງ​ຊຳ​ລະ​ບັນຫາ​ໄຕ້​ຫວັນ​ຢ່າງ​ເໝາະ​ສົ​ມ,ປົກ​ປັກ​ຮັກສາສັນຕິພາບ​ແລະ​ສະ​ຖຽນລະ​ພາບ​ຂອງ​ຊ່ອງ​ແຄບ​​ໄຕ້​ຫວັນ,ປົກ​ປັກ​ຮັກສາ​ພາກສ່ວນ​ລວມຂອງ​ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ.

ສອງ​ຝ່າຍ​ຍັງ​ໄດ້​ປຶກສາ​ຫາລື​ບັນຫາ​ຕ່າງໆ​ເຊັ່ນ​ບັນ​ຫາ​ນີວ​ເຄຼຍ​ແຫຼມ​ເກົາ​ຫຼີ,​ບັນຫາ​ນີວ​ເຄຼຍ​ຂອງ​ອີຣານ,ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ,​ຄວາມ​ປອດ​ໄພ​ດ້ານ​ພະ​ລັງ​ງານ,​ການ​ປ້ອງ​ກັນ​ການ​ແຜ່​ຜາຍ​ອາ​ວຸດ​ລ້າງ​ຜານ​ຢ່າງ​ຮ້າຍ​ແຮງ​ເປັນ​ຕົ້ນ.