ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-06-25 11:38:00    
ທ່ານ​ອັບ​ບາສ​ປັດ​ປ່າຍ​ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່​ສົນ​ທະ​ນາ​ກັບ​ອົງ​ການ​ຮາ​ມາສ

cri
ຕາມ​ຂ່າວCRI,ວັນ​ທີ24​ມິຖຸນາ​ນີ້,ຢູ່​ທີ່​ອຳ​ມານ ນະຄອນຫຼວງ​ຊອກ​ດາ​ນີ,ທ່ານ​ມາ​ເຮີ​ມຸດອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາ​ດ​ປາ​ເລັສຕິນກ່າວ​ວ່າ,ທ່ານ​ຈະ​ບໍ່​ສົນທະນາ​ກັບ​ຂະ​ບວນ​ການ​ຕໍ່​ຕ້ານ​ຂອງ​ອິສ​ລາມ​ປາ​ເລັສຕິນຫຼື​ຮາ​ມາສ.ພ້ອມ​ດຽວ​ກັນ​ນັ້ນ,ປະ​ເທດ​ສ່ວນ​ໜຶ່ງ​ສືບ​ຕໍ່​ກ່າວ​ວ່າ​ສະ​ໜັບ​ສະ​ໜູນ​ທ່ານ​ອັບ​ບາສ.

ວັນ​ທີ24​ມິຖຸນາ​ນີ້,ພາຍຫຼັງ​ພົບ​ປະ​ເຈລະຈາ​ກັບ ສົມ​ເດັດອັບ​ດູ​ນລາ ລາ​ຊະ​ການ​ທີ​ສອງ​ເຈົ້າ​ຊີວິດ​ຂອງ​ຊອກ​ດາ​ນີ​ແລ້ວ,ທ່ານ​ອັບ​ບາສ​ໄດ້​ຖະ​ແຫຼ​ງຕໍ່​ສື່​ມວນ​ຊົນ​ວ່າ,ຮາ​ມາສ​ແມ່ນ​ຜູ່​ກໍ່​ລັດຖະປະຫານ. ​ບໍ່​ມີ​ຄວາມ​ອາດ​ເປັນ​ໄປ​ໄດ້​ຈັກ​​ເມັດ​ທີ່​ທ່ານ​ສົນທະນາ​ກັບ​ອົງ​ການ​ດັ່ງ​ກ່າວ.

ເຈົ້າ​ຊີວິດ​ອັບ​ດູ​ນລາ​ຊົງ​ຕັດວ່າ​ຊອກ​ດາ​ນີ​ຈະ​ອອກ​ແຮງ​ສຸດ​ຂີດ​ສະ​ໜັບ​ສະ​ໜູນ​ອົງ​ການ​ອຳນາດ​ແຫ່​ງຊາດ​ປ​າ​ເລັສຕິນ​ແລະ​ລັດຖະບານຊົ່ວຄາວ​ຂອງ​ປາ​ເລັສຄິນ.

ຕອນ​ຄ່ຳ​ມື້​ດຽວ​ກັນ,ກອງ​ທະຫານ​ອິສຣາ​ແອນ​ໄດ້​ຫຼອນ​ໂຈມ​ຕີ​ທາງ​ອາກາດ​ຕໍ່​ເມືອງ​ກາ​ຊາ,​ຢ່າງ​ໜ້ອຍ​ເຮັດ​ໃຫ້5​ຄົນ​ເສຍ​ຊີວິດ​ຫຼື​ບາດ​ເຈັບ.​ພ້ອມ​ກັນ​ນັ້ນ,​ລັດ​ຖະ​ບານ​ອິສ​ຣາ​ແອນ​ໄດ້​ອະ​ນຸ​ມັດ​ມອບ​ພາສີຈຳນວນ​ຫຼາຍ​ຮ້ອຍ​ລານ​ໂດ​ລາ​ທີ່​ອິສຣາ​ແອນ​ເກັບ​ແທນ​ນັ້ນ​ໃຫ້​ລັດ​ຖະ​ບານ​ຊົ່ວ​ຄາວ​ຂອງ​ປາ​ເລັສຕິນ​ເພື່ອ​ເສີມ​ສ້າງກຳລັງ​ຂອງ​ທ່ານ​ອັບ​ບາສ​ພ້ອມ​ດ້ວຍ​ລັດ​ຖະ​ບານ​ຊົ່ວ​ຄາວ.

ນາງ​ຄອນ​ໂດ​ລີ​ຊາ​ໄລ​ສ໌ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ທີ່​ພວມ​ຢ້ຽມຢາມ​ຝະຣັ່ງກ່າວ​ວ່າ,ອາ​ເມ​ລິ​ກາ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ທ່ານ​ອັບ​ບາສ,​ສະ​ໜັບ​ສະ​ໜູນ​ປາ​ເລັສ​ຕິນ​ສ້າງ​ຕັ້ງ​ປະ​ເທດ​.