ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-02 18:10:05    
ສະ​ຖານ​ທູດ​ຈີນ​ປະ​ຈຳ​ຕ່າງ​ປະ​ເທດ​ແລະ​ຊາວ​ຈີນ​ທີ່​ຢູ່​ຕ່າງ​ປະ​ເທດ​ສະ​ຫຼອງ​ຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຄົບຮອບ10​ປີ

cri
ຕາມ​ຂ່າວສານ​ຊິນ​ຮວາ,ຫວ່າງ​ມໍ່ໆ​ນີ້,​ສະ​ຖານ​ທູດ​ຈີນ​ປະ​ຈຳ​ຕ່າງ​ປະ​ເທດ,​ຊາວ​ຈີນ​ຕ່າງ​ດາວ​ແລະ​ຊາວ​ຈີນ​ທີ່​ຢູ່​ຕ່າງ​ປະ​ເທດ​ໄດ້​ພາ​ກັນ​ຈັດ​ກິດ​ຈະ​ກຳ​ສະ​ເຫຼີ​ມ​ສະ​ຫຼອງ​ຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຄົບ​ຮອບ​10​ປີ.

ວັນ​ທີ30​ມິຖຸນາ​ແລ້ວ​ນີ້,ຢູ່​ສິງກະ​ໂປ,ກະຊວງ​ວັດທະນະທຳ​ຈີນ​ແລະ​ສະຖານທູດ​ຈີນ​ປະຈຳ​ສິງກະ​ໂປ​ໄດ້​ຮ່ວມ​ກັນ​ຈັດ​ງານ​ວາງສະ​ແດງ​ຮູບ​ພາບ​ທີ່​ມີ​ຫົວ​ຂໍ້​ວ່າ,ຮົງ​ກົງ ​ເມືອງ​ທີ່​ມີສະ​ເໜ່ ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຄົບຮອບ10​ປີ. ທ່ານ​ຈ່າງ​ສຽວຄ່າງ ເອກ​ອັກຄະ​ລັດ​ຖະທູດ​ຈີນ​ປະ​ຈຳ​ສິງ​ກະ​ໂປ​ກ່າວ​ວ່າ,​ເຊື່ອ​ວ່າ​ງານ​ວາງສະ​ແດງ​ຮູບ​ພາບ​ເທື່ອ​ນີ້​ຈະ​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ດີ​ຢູ່​ສິງກະ​ໂປ.

ວັນ​ທີ30​ມິຖຸນາ​ແລ້ວ​ນີ້, ຄະນະ​ຈັດ​ຕັ້ງ​ຊາວ​ຈີນ​ທີ່​ຢູ່​ອາ​ເມ​ລິ​ກາ​ໄດ້​ຈັດ​ງານ​ສະ​ແດງ​ສິລະ​ປະ​ວັນນະຄະດີ​ສະຫຼອງ​ຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຄົບຮອບ10​ປີ​ຢູ່​ນີວ​ຢອກ​.ທ່ານ​ວາງ​ກວ່າ​ງຢາ ຜູ່​ຕາງໜ້າ​ຖາວອນ​ຂອງ​ຈີນ​ປະຈຳ​ສະຫະ​ປະຊາ​ຊາດ​ໄດ້​ເຂົ້າ​ຊົມ​ງານ​ສະ​ແດງ​,ທ່ານ​ກ່າວ​ວ່າ,ນະ​ໂຍບາຍ"ປະ​ເທດ​ດຽວ ສອງ​ລະບອບ"​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢູ່​ຮົງ​ກົງ ຢ່າງ​ສຳ​ເລັດ​ຜົນ​ນັ້ນ​ໄດ້​​ເປັນ​ທິດ​ທາງ​ອັນ​ຈະ​ແຈ້ງ​ໃຫ້​ແກ່​ການ​ແກ້​ໄຂ​ບັນ​ຫາ​ໄຕ້​ຫວັນ,​ທ່ານ​ອວຍ​ພອນ​ໃຫ້​ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່​ທີ່​ປະຊາ​ຊາດ​ຈີນ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຄືນ​ໃໝ່​ແລະ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ຈະ​ບັນ​ລຸ​ຄວາມ​ເປັນ​ຈິງ​ໂດຍ​ໄວ.

ວັນ​ທີ1​ກໍລະກົດ​ນີ້,ຢູ່​ໂລ​ເມ ນະ​ຄອນ​ຫຼວງ​ໂຕ​ໂກ,​ຊາວ​ຈີນ​ຕ່າງ​ດ້າວ​ແລະ​ຊາວ​ຈີນ​ທີ່​ຢູ່​ໂຕ​ໂກ​ໄດ້​ຈັດ​ງານ​ໂຮມ​ຊຸມ​ນຸມ,​ສະ​ຫຼອງ​ຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຄົບ​ຮອບ​10​ປີ​ຢ່າງ​ຄຶກ​ຄື້ນ.ທ່ານ​ຢາງ​ມິນ​ເອກ​ອັກຄະ​ລັດ​ຖະທູດ​ຈີນ​ປະ​ຈຳ​ໂຕ​ໂກ​ໄດ້​ເຂົ້າ​ຮ່ວມ​ງານ​ແລະ​ກ່າວ​ຄຳ​ປາ​ໄສ​ວ່າ,​ນັບ​ແຕ່​ ກັບ​ຄືນ​ສູ່​ປະ​ເທດ​ຊາດ​ມາ​ນີ້,​ຮົງ​ກົງ​ພັດ​ທະ​ນາ​ໄປ​ຢ່າງ​ສະ​ດວກ,​ແລະ​ນັບ​ມື້​ນັບ​ດີ​ຂຶ້ນ,​ທັງ​ນີ້​ແມ່ນ​ແຍກ​ອອກ​ຈາກ​ຄວາມ​ເຂັ້ມ​ແຂງ​ແລະ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ບໍ່​ໄດ້.