ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-08 19:43:56    
ຫວຽດ​ນາມ​ກ່າວ​ຢ້ຳ​ຍຶດ​ໝັ້ນ​ນະ​ໂຍ​ບາຍ​ປະ​ເທດ​ຈີນ​ດຽວ

cri
ຕາມ​ຂ່າວສານ​ຊິນ​ຮວາ,ຫວ່າງ​ມໍ່ໆ​ນີ້,ໜັງສືພິມ​ດານ​ຫວຽດຂອງ​ຫວຽດນາມ​ໄດ້​ຍົກ​ເອົາ​ຄຳ​ເວົ້າ​ຂອງ​ທ່ານ​ເລ​ຕວງ ​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຫວຽດນາມ​ມາລາ​ຍງານ​ວ່າ,ຫວຽດນາມ​ກ່າວ​ຢ້ຳຍຶດໝັ້ນ​ຫຼັກ​ໝັ້ນ​ທີ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຈີນ​ດຽວ​ຕະ​ຫຼອດ​ມາ,​ສະ​ໜັບ​ສະ​ໜູນ​ພາ​ລະ​ກິດ​ທ້ອນ​ໂຮມ​ປະ​ເທດ​ເຂົ້າ​ເປັນ​ເອ​ກະ​ພາບ​ຂອງ​ຈີນ,​ຄັດ​ຄ້ານ​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ໄຕ້​ຫວັນ​ອອກ​ຈາກ​ຈີນ​ໃຫ້​ເປັນ​ເອ​ກະ​ລາດ​ດ້ວຍ​ຮູບ​ການ​ໃດໆ.

ທ່ານ​ເລ​ຕວງ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ເສິນ​ສຸຍ​ປຽນ​ຊຸກ​ຍູ້​ການຈັດ​ການ​ປ່ອນ​ບັດ​ເອົາ​ປະຊາ​ມະຕິ​ທົ່ວ​ປວງ​ຊົນ​ກ່ຽວ​ກັບ​ການ​ຮ້ອງ​ຂໍ​ເຂົ້າ​ເປັນ​ສະມາຊິກ​ສະຫະ​ປະຊາ​ຊາດ​ໃນ​ນາມ​ໄຕ້​ຫວັນ.ທ່ານ​ເລ​ຕວງ​ຍັງ​ກ່າວ​ວ່າ,​ຫວຽດ​ນາມ​ຊົມ​ເຊີຍ​ຄວາມ​ພະຍາຍາມ​ເພື່ອ​ຊຸກ​ຍູ້​ການ​ພົວພັນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ພັດ​ທະ​ນາ​ໂດຍ​ສັນຕິ​ແລະ​ໝັ້ນ​ທ່ຽງ,ນີ້​ແມ່ນ​ສອດ​ຄ່ອງ​ກັບ​ທ່າ​ອ່ຽງ​ຂະ​ຫຍາຍ​ຕົວ​ຂອງ​ສັນ​ຕິ​ພາບ​ແລະ​ສະຖຽນລະ​ພາບຂອງ​ພາ​ກພື້ນ​ແຫ່ງ​ນີ້.