ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-10 20:25:19    
ນາ​ຍົກ​ສິງ​ກະ​ໂປ​ພົບ​ປະ​ກັບ​ທ່ານ​ນາງ​ອູ​ອີ

cri
ຕາມ​ຂ່າວCRI,ວັນ​ທີ10​ກໍລະກົດ​ນີ້,ຢູ່​ສິງກະ​ໂປ,ທ່ານ​ລີ​ຊຽນລົງ ນາຍົກລັດຖະມົນຕີສິງກະ​ໂປ​ໄດ້​ພົບ​ກັບປະ​ທ່ານ​ນາງ​ອູ​ອີ ຮອງ​ນາຍົກລັດຖະມົນຕີຈີນທີ່​ໄປ​ຢ້ຽມ​ຟາ​ມ.

ທ່ານ​ລີ​ຊຽນລົງ ກ່າວ​ວ່າ,​ໃນ​ຫຼາຍ​ປີ​ມາ​ນີ້,ການ​ພົວພັນ​ລະຫວ່າງ​ສິງກະ​ໂປ​ກັບ​ຈີນ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ວ່ອງ​ໄວທີ່​ສຸດ.​ຝ່າຍ​ສິງ​ກະ​ໂປ​ຍິນ​ດີ​ເປີດ​ກວ້າງ​ຂົງ​ເຂດ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ຕື່ມ​ອີກ,ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ.​ທ່ານ​ຍັງ​ກ່າວ​ວ່າ,​ຈີນ​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ,​ລັດ​ຖະ​ບານ​ສິງ​ກະ​ໂປ​ເຊື່ອ​ໝັ້ນ​ວ່າ​ທັງ​ນີ້​ ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກ.

ທ່ານ​ນາງ​ອູ​ອີ​ກ່າວ​ວ່າ,ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັບ​ຝ່າຍ​ສິງກະ​ໂປ ລົງ​ເລິກ​ການ​ຮ່ວມ​ມື​ດ້ວຍ​ໄມ​ຕີ​ຈິດ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ ບົນ​ພື້ນ​ຖານ​ທີ່​ເຄົາ​ລົບ​ເຊິ່ງກັນ​ແລະ​ກັນ,​ສະ​ເໝີ​ພາບ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.​ພ້ອມ​ກັນ​ນັ້ນ,​ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັບ​ຝ່າຍ​ສິງ​ກະ​ໂປ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຈີນ-ອາ​ຊຽນ​ໃຫ້​ສືບ​ຕໍ່​ຂະ​ຫຍາຍ​ລົງ​ສູ່​ລວງ​ເລິກ.