ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-12 20:48:30    
ມຽນ​ມາ​ຄັດ​ຄ້ານ​ໄຕ້​ຫວັນ​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ປະ​ຊາ​ຊາດ​ໃນ​ນາມ​ໃດໆ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ12​ກໍລະກົດນີ້,ກະຊວງ​ການ​ຕ່າງປະ​ເທດ​ມຽນມາ​ໄດ້​ອອກ​ຖະ​ແຫຼ​ງການ,ກ່າວ​ຢ້ຳວ່າ​ມຽນມາ​ສືບ​ຕໍ່​ຍຶດໝັ້ນ​ນະ​ໂຍບາຍ​ຈີນ​ດຽວ,ຄັດຄ້ານ​​​ເຈດ​ຕະນາ​ຂອງ​ໄຕ້​ຫວັນທີ່​ຢາກ​ເຂົ້າ​ເປັນ​ສະມາຊິກ​ສະຫະ​ປະຊາ​ຊາດ​​ໃນ​ນາມ​ໃດໆ.

ໂດຍ​ແນ​ໃສ່​ເຈົ້າ​ໜ້າ​ທີ່​ເສິນ​ສຸຍ​ປຽນ​ຂອງ​ໄຕ້​ຫວັນ​ຊູ​ຊີ​ຊຸກ​ຍູ້​ການ​ປ່ອນ​ບັດ​ເອົາ​ປະ​ຊາ​ມະຕິ​ທົ່ວ​ປວງ​ຊົນ​​ເພື່ອເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ປະ​ຊາ​ຊາດ​ໃນ​ນາມ​ໃຕ້​ຫວັນ​ໃນ​ຫວ່າງ​ມໍ່ໆ​ນີ້,ຖະ​ແຫຼ​ງການ​ຂຽນ​ວ່າ,​ໃນ​ຖານ​ເປັນ​ປະ​ເທດ​ທີ່​ຮັກ​ສາ​ການ​ພົວ​ພັນ​ໄມ​ຕີ​ຈິດ​ກັບ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ​ຕະ​ຫຼອດ​ມາ,​ສະ​ຫະ​ພາບ​ມຽນ​ມາ​ປະຕິບັດ​ຫຼັກການ​ຈີນ​ດຽວ​ຕະ​ຫຼອດ​ມາ,​ເຫັນ​ວ່າ​ໄຕ້ຫວັນ​ແມ່ນ​ພາກ​ສ່ວນ​ໜຶ່ງ​ຂອງ​ຈີນ​ທີ່​ຕັດ​ແຍກ​ອອກ​ຈາກ​ບໍ່​ໄດ້.

ຖະ​ແຫຼ​ງການ​ຍັງ​ຂຽນ​ວ່າ,ສະຫະພາບມຽນມາ​ເຫັນ​ວ່າ,​ໄຕ້​ຫວັນ​ຊຸກ​ຍູ້​ການ​ປ່ອນ​ບັດ​ເອົາ​ປະຊາ​ມະ​ຕິ​ທົ່ວ​ປວງ​ຊົນ​ເພື່ອ​ເຂົ້າ​​ເປັນ​ສະມາຊິກ​ສະຫະ​ປະຊາ​ຊາດ​ຈະ​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ເຄັ່ງ​ຕຶງ​ຂຶ້ນ,​ຈະ​ສ້າງ​ຄວາມ​ອັດ​ຕະ​ລາຍ​ຕໍ່​ສັນ​ຕິ​ພາບ​​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແຫ່ງ​ນີ້,​ສະ​ນັ້ນ,​ມຽນ​ມາ​ຄັດ​ຄ້ານ​ເຈດ​ຕະ​ນາ​ຂອງ​ໄຕ້​ຫວັນ​ທີ່ຢາກ​ເຂົ້າ​ເປັນ​ສະມາຊິກ​ສະຫະ​ປະຊາ​ຊາດ​ໃນ​ນາມ​ໃດໆ.