ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-20 10:57:38    
4ຝ່າຍ​ກ່ຽວ​ກັບ​ບັນ​ຫາ​ຕາ​ເວັນ​ອອກ​ກາງ​ກ່າວ​ລື້ມ​ວ່າ​ຈະ​ຊຸກ​ຍູ້​ໃຫ້​ປາ​ເລັສ​ຕີນ​ອິສ​ຣາ​ແອນ​ບັນ​ລຸ​ສັນ​ຕິ​ພາບ

cri Author: mo
ຕາມ​ຂ່າວCRI:ວັນ​ທີ 19 ກໍລະກົດ​ນີ້, ຢູ່ລິ​ສ​ບອນ ນະຄອນຫຼວງປອກຕຸຍການ, 4ຝ່າຍ​ກ່ຽວ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ​ຄື​ສະຫະ​ປະຊາ​ຊາດ ສະຫະພາບ​ເອີ​ລົບ ອາ​ເມ​ລິ​ກາ​ແລະຣັດ​ເຊຍ​ໄດ້​ຈັດ​ກອງ​ປະຊຸມ, ກ່າວ​ລື້​ມວ່າ, 4ຝ່າຍ​ຈະ​ຖື​​ແຜນ​ທີ່​ເສັ້ນທາງ​ສັນຕິພາບ​ຂອງ​ຕາ​ເວັນ​ອອກ​ກາງ​ແລະມະຕິ​ທີ່​ກ່ຽວຂ້ອງ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ເປັນ​ພື້ນຖານ, ຊຸກ​ຍູ້​ໃຫ້​ສິ້ນ​ສຸດ​ການ​ປະ​ທະ​ກັນ​ລະຫວ່າງ​ປາ​ເລັສຕີນ​ອິສຣາ​​ແອນ, ​ແລະ​ສ້າງຕັ້ງປະ​ເທດ​ປາ​ເລັສຕີນ​ທີ່​ເປັນ​ເອກະລາດ ປະຊາທິປະ​ໄຕ ​ແລະ​ຢູ່​ຮ່ວມ​ກັນ​ກັບ​ອິສຣາ​ແອນ​ໂດນ​ສັນຕິ, ​ເຮັດ​ໃຫ້​ຕາ​ເວັນ​ອອກ​ກາງ​ມີ​ສັນຕິພາບ​ຖາວອນ.

ມື້​ດຽວ​ກັນ, ນາງ​ຄອນ​ໂດ​ລີ​ຊາ ​​ໄລ​ສ໌ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ແລະ​ທ່ານ​ລັບ​ລົຟ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຣັດ​ເຊຍ​ຕ່າງ​ກ່າວ​ວ່າ, ຈະ​ສືບ​ຕໍ່​ສະໜັບສະໜູນ​ທ່ານ​ອັບບັສ ປະ​ທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ. ນາງ​ໄລ​ສ໌ຍັງ​ກ່າວ​ຢໍ້າວ່າ, ອາ​ເມ​ລິ​ກາ​ຈະ​ບໍ່​ໄປມາຫາ​ສູ່​ກັນ​ກັບ​ອົງການ​ຣາມັສ ຂະ​ບວນການອິສລາມ​ຕໍ່ຕ້ານ​​ຂອງປາ​ເລັສຕີນ.

ມື້​ດຽວ​ກັນ, ຄະນະ​ກຳມະການ​ສູນ​ກາງຂອງ​ອົງການ​ປົດ​ປ່ອຍປ​າ​ເລັສຕີນ​ໄດ້​ຜ່ານ​ຍັດຕິ​ກ່ຽວ​ກັບ​ການຈັດການ​ເລືອ​ກຕັ້ງທົ່ວ​ໄປ​ກ່ອນ​ເວລາ​ກຳນົດທີ່ທ່ານ​ອັບບັສສະ​ເໜີ​ກ່ອນ​ໜ້າ​ນີ້, ສະໜັບສະໜູນ​ການ​ຈັດການ​ເລືອກ​ຕັ້ງປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ແລະ​ຄະນະ​ກຳມະການ​ນິຕິບັນຍັດ​ປາ​ເລັສຕີນ​ກ່ອນ​ເວລາ​ກຳນົດ.