ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-21 16:24:56    
ການ​ປະ​ຕິ​ບັດ​ແຜນ​ການ"ສັນ​ຍາ​ສາ​ກົນ​ຂອງ​ອີ​ຣັກ"​ໄດ້​ຮັບ​ຄວາມ​ຄືບ​ໜ້າ

cri Author: MO
ຕາມ​ຂ່າວCRI: ວັນ​ທີ 20 ກໍລະກົດ​ນີ້, ນາງອາຊາ ​ໂຣສ໌ ມີ​ກີ​ໂຣ ຮອງ​​ເລຂາທິການ​ໃຫຍ່​ປະຈຳການ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ, ​ໃຕ້​ເບື້ອງຫຼັງ​​ຂ້ຽວຂາດທີ່​ອີຣັກ​ເກີດ​ເຫດການ​ດ້ວຍກຳລັງ​ຮຸນ​ແຮງ​​ເລື້ອຍໆ​ນັ້ນ, ການ​ປະຕິບັດ​ແຜນການ"ສັນຍາ​ສາກົນ​ຂອງ​ອີຣັກ"​ຍັງ​ໄດ້​ຮັບ​ຄວາມ​ຄືບ​ໜ້າ.

ໃນ​ກອງ​ປະຊຸມ​ປະກາດ​ບົດ​ລາຍ​ງານ​ໄລຍະ​ກາງ​ປະຈຳ​ປີ​ຂອງ"ສັນຍາ​ສາກົນ​ອີຣັກ"ທີ່​ຈັດ​ຂຶ້ນ​ຢູ່​ສຳນັກງານ​ໃຫຍ່​ທີ່​ນິວຢວກ, ນາງມີ​ກີ​ໂຣກ່າວ​ວ່າ, ບົດ​ລາຍ​ງານ​ເຫັນ​ວ່າ, ລັດຖະບານ​ອີຣັກ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈທີ່​ປະຕິບັດ​ຕາມ​ຄຳ​ໝັ້ນສັນຍາ, ວຽກ​ງານ​ຕ່າງໆ​ຂອງ​ອີຣັກເຊັ່ນ​ສ້າງ​ກົດໝາຍ​ແລະ​ສ້າງ​ກອງທັບ​ຮັກສາ​ຄວາມ​ປອດ​ໄພ​ທົ່ວ​ປະ​ເທດ​ນັ້ນ​ໄດ້​ຮັບ​ຄວາມ​ຄືບ​ໜ້າຢ່າງພົ້ນ​ເດັ່ນ.

ນາງມີ​ກີ​ໂຣຍັງກ່າວ​ວ່າ, ການຫຼຸດຫຼືຍົກ​ເວັ້ນໜີ້​ສິນ​​ແມ່ນ​ສຳຄັນ​ທີ່​ສຸດ​ຕໍ່​ອີຣັກ​ເພື່ອ​ຈະ​​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃນ​ຂົງ​ເຂດ​ອື່ນໆ. ນາງ​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ໃນ​ເວລາຮ່າງສັນຍາ​ສະບັບ​ນີ້​ຢ່າງຮອບດ້ານ.