ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-24 12:10:04    
ຈີນ​ຍ້ອງ​ຍໍ​ໃນ​ລະ​ດັບ​ສູງ​ຕໍ່​ກອງ​ເລ​ຂາ​ສະ​ຫະ​ປະ​ຊາ​ຊາດ​ທີ່​ສົ່ງ​ຈົດ​ໝາຍ​ຂອງ​ເສິນ​ສຸຍ​ປຽນ​ຄືນ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ23​ກໍລະກົດ​ນີ້,ທ່ານ​ວາງ​ກວ່າ​ງຢາ ຜູ່​ຕາງໜ້າ​ຖາວອນ​ຂອງ​ຈີນ​ປະຈຳ​ສະຫະ​ປະຊາ​ຊາດ​ໄດ້​ໃຫ້​ທັດສະນະ​ກ່ຽວ​ກັບ​ກອງ​ເລຂາ​ສະຫະ​ປ​ະຊາ​ຊາດ​ປະຕິ​ເສ​ດບໍ່​ຮັບ​ເອົາ​​ແລະ​ສົ່ງຈົດໝາຍ​ຂອງ​ເສິນ​ສຸຍ​ປຽນ​ຄືນ,ທ່ານ​ກ່າວ​ວ່າ,ການ​ຕົກລົງ​ຂອງ​ກອງ​ເລຂາ​ສະຫະ​ປະຊາ​ຊາດ​ໄດ້​ປົກ​ປັກ​ຮັກສາ​ຄວາມ​ເຄັ່ງຂຶມ​ຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ​ແລະ​ກຽດ​ສັກສີ​ຂອງ​ສະຫະ​ປະຊາ​ຊາດ,ລັດ​ຖະບານ​ຈີນ​ສະ​ແດງ​ຄວາມ​ຍ້ອງຍໍ​ໃນ​ລະດັບ​ສູງ​ຕໍ່​ເລື່ອງ​ນີ້.

ທ່ານ​ວາງ​ກວ່າ​ງຢາ​ກ່າວ​ວ່າ,ວັນ​ທີ19​ກໍລະກົດ​ນີ້​,ຜູ່​ຕາງໜ້າ​ຖາວອນ​ຂອງ​ສາມປະ​ເທດ​ປະຈຳ​ສະຫະ​ປະຊາ​ຊາດ​ເຊັ່ນໝູ່​ເກາະ​ໂຊ​ໂລມ​ອນ​ໄດ້​ສົ່ງ​ຈົດໝາຍ​ຂອງ​ທ່ານເສິນ​ສຸຍ​ປຽນ​ທີ່​ຝາກ​ໄປ​ຍັງ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ໃຫ້​ກອງ​ເລ​ຂາ,​ເຊິ່ງ​ຮ້ອງ​ຂໍ​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ປະ​ຊາ​ຊາດ​ໃນ​ນາມ​ໄຕ້​ຫວັນ.ນີ້​ແມ່ນ​ການ​ກະ​ທຳ​ແບ່ງ​ແຍກ​ໄຕ້​ຫວັນ​ອອກ​ຈາກ​ຈີນ​ເພື່ອ​ໃຫ້​ເປັນ​ເອ​ກະ​ລາດ​ຢ່າງ​ໄຮ້​ສາລະ​ແລະ​ເປີດ​ແປນ.​ລັດ​ຖະ​ບານ​ຈີນ​ຄັດ​ຄ້ານ​ເລື່ອງ​ນີ້​ຢ່າງ​ເດັດ​ດ່ຽວ.

ທ່ານ​ວາງ​ກວ່າ​ງຢາ​ກ່າວ​ເນັ້ນ​ວ່າ,​ໃນ​ໂລກ​ນີ້​ມີ​ແຕ່ປະ​ເທດ​ຈີນ​ດຽວ,​ໄຕ້​ຫວັນ​ແມ່ນ​ພາກ​ສ່ວນ​ໜຶ່ງທີ່​ຕັດ​ແຍກ​ອອກ​ຈາກ​ຈີນ​ບໍ່​ໄດ້,​ລັດ​ຖະ​ບານ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ແມ່ນ​ລັດ​ຖະ​ບານ​ທີ່​ຊອບຕາມ​ກົດໝາຍ​ພຽງ​ໜຶ່ງ​ດຽວ​ທີ່​ຕາງ​ໜ້າ​ທົ່ວ​ປະ​ເທດ​ຈີນ.​ແມ່ນ​ຜູ່​ຕາງ​ໜ້າ​ຊອບ​ຕາມ​ກົດ​ໝາຍ​ພຽງ​ໜຶ່ງ​ດຽວ​ຂອງ​ຈີນ​ຢູ່​ໃນ​ສະ​ຫະ​ປະ​ຊາ​ຊາດ.ນີ້​ແມ່ນ​ຫຼັກ​ໝັ້ນ​ທີ່​ປະ​ຊາ​ຄົມ​ໂລກ​ຍຶດໝັ້ນ​ໂດຍ​ທົ່ວ​ໄປ,​ສອດ​ຄ່ອງ​ກັບ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ​ທັງ​ສິ້ນ,​ແລະ​ໄດ້​ຮັບ​ຄວາມ​ຢືນ​ຢັນ​ຈາກ​ມະ​ຕິ​ເລກ​ທີ​2758​ຂອງ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ.​ໄຕ້​ຫວັນ​ບໍ່​ມີ​ຄຸນ​ວຸດ​ທິ​ຈັກ​ເມັດ​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ປະ​ຊາ​ຊາດ​ທີ່​ປະ​ກອບ​ດ້ວຍ​ປະ​ເທດ​ອະ​ທິ​ປະ​ໄຕ​ບໍ່​ວ່າ​ໃນ​ນາມ​ໃດໆ​ແລະ​ດ້ວຍ​ຮູບ​ການ​ໃດໆ.