ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-26 10:32:45    
ອາ​ເມ​ລິ​ກາ​ປະ​ຕິ​ເສດ​ຈັດ​ການ​ເຈ​ລະ​ຈາ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຊ່ອຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກັບ​ອີ​ລານ

cri
ຕາມ​ຂ່າວສານ​ຊີນຮວາ, ວັນ​ທີ25​ກໍລະ​ກົດ​ນີ້, ທ່ານ​ຊິນ ​ແມ​ໂກ​ມັກ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ, ປະຕິ​ເສດ​ຂໍ້​ສະ​ເໜີ​ຂອງ​ອີຣານກ່ຽວ​ກັບ​ສອງ​ປະ​ເທດ​ຈັດການ​ເຈລະຈາ​ລະດັບ​ລັດ​ຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ກ່ຽວກັບ​ບັນຫາ​ຄວາມ​ປອດ​ໄພ​ຂອງ​ອີຣັກ.

ທ່ານ​ແມ​ໂກ​ມັກ​ກ່າວ​ວ່າ, ຝ່າ​ຍອາ​ເມ​ລິ​ກາ​ບໍ່​ໄດ້​ເຫັນ​ວ່າອາ​ເມ​ລິ​ກາ​ກັບ​ອີຣານຈະ​ຈັດການ​ເຈ​ລະຈາ​ລະດັບສູງ​ກວ່າ​ເກົ່າ​ໃນ​ເວລາ​ນີ້. ທ່ານ​ກ່າ​ວ​ເນັ້ນ​ວ່າ, ອາ​ເມ​ລິ​ກາ​ໄດ້​ແຈ້ງ​ໃຫ້​ອີຣັກ​ແລະ​ອີ​ຣານຊາບ​ວ່າ, ຄະນະ​ກຳມະ​ການ​ໜ່ວຍ​ຄວາມ​ປອດ​ໄພ​ສາມ​ຝ່າຍ​ໃນ​ແຜນ​ການ​ນັ້ນ​ຈະ​ແມ່ນ​ອົງ​ການ​ລະດັບ​ຕ່ຳ​ທີ່​ປະກອບ​ດ້ວຍ​ເຈົ້າ​ໜ້າ​ທີ່​ວິຊາ​ການ.

ຕອນ​ເຊົ້າ​ມື້​ດຽວ​ກັນ, ຢູ່​ເຕ​ເຮ​ລານທ່ານ​ມາ​ໂນ​ເຊີ ​ມັດຕາ​ກີ ລັດຖະ​ມົນຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງປະ​ເທດ​ອີຣານ​ກ່າວ​ວ່າ, ອີຣານ​ຍິນ​ດີ​ຈັດການ​ເຈລະຈາ​ລະດັບ​ລັດຖະ​ມົນຕີ​ຊ່ອຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ກັບ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ບັນຫາ​ຄວາມ​ປອດ​ໄພ​ຂອງ​ອີຣັກ.