ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-07-26 17:05:35    
ອົງການ​ກອງ​ທຶນ​ການ​ເງິນ​ສາ​ກົນ​ກ່າວ​ວ່າ, ຈີນ​ຈະ​ກາຍ​ເປັນ​ກຳ​ລັງ​ແມ່​ແຮງ​​ໃຫຍ່​ກວ່າ​ໝູ່​ທີ່​ຊັກ​ຈູງ​ໃຫ້​ເສດ​ຖະ​ກິດ​ໂລກ​ເພີ່ມ​ຂຶ້ນ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 25 ກໍລະກົດ​ນີ້, ອົງການ​ກອງ​ທຶນການ​ເງິນ​ສາກົນຫຼືIMF​ໄດ້​ປັບຕົວ​ເລກ​ຄາດ​ຄະ​ເນ​ຕໍ່ການ​ເພີ່ມ​ຂຶ້ນ​ຂອງ​ເສດຖະກິດ​ຈີນ​ໃນ​ສອງ​ປີ​ຄື​ປີ​ນີ້​ແລະ​ປີໜ້າ​​ໃຫ້​ສູງ​ຂຶ້ນ, ​ແລະ​ເຫັນ​ວ່າ, ປີ​ນີ້, ຈີນ​ຈະ​ກາຍ​ເປັນ​ກຳລັງ​ແມ່​ແຮງ​ໃຫຍ່​ກວ່າ​ໝູ່​ທີ່​ຊຸກ​ຍູ້​ໃຫ້​ເສດຖະກິດ​ໂລກ​ເພີ່ມ​ຂຶ້ນ.

ໃນ​ມື້​ດຽວ​ກັນ, IMFໄດ້​ປະກາດບົດ​ລາຍ​ງານຫຼ້າສຸດ​​ວ່າ, ອັດຕາ​ເຕີບ​​ໂຕ​ຂອງ​ເສດຖະກິດ​ຈີນ​ໃນ​ປີ​ນີ້ຈະ​ບັນລຸ​ເຖິງ 11​,2%, ສູງກວ່າ10% ທີ່IMF​ເຄີຍຄາດຄະ​ເນ​​ໄວ້​ໃນ​ເດືອນ​ເມສາ​ປີ​ນີ້. ປີໜ້າ, ອັດຕາ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ​ຈະ​ບັນລຸ​ເຖິງ 10,5%.

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​​ໃນ​ວັນ​ທີ 25 ກໍລະກົດ​ນີ້, ທ່ານ​ຊາ​ສ໌ ​ໂຄ​ລິນ​ສ໌ ຮອງ​ຫົວໜ້າ​ຫ້ອງການ​ຄົ້ນຄວ້າ​ຂອງ​IMF​ກ່າວ​ວ່າ, ປີ​ນີ້, ຈີນ​ຈະ​ກາຍ​ເປັນ​ກຳລັງ​ແມ່​ແຮງ​ທີ່​ແຮງ​ກວ່າ​ໝູ່ທີ່​ຊຸກ​ຍູ້​ໃຫ້​ເສດຖະກິດ​ໂລກ​​ເຕີບ​ໂຕ, ອັດຕາ​ປະກອບສ່ວນຕໍ່​ການ​​ເຕິ​ບ​ໂຕ​ຂອງ​ເສດຖະກິດ​ໂລກ​​ຈະບັນລຸ​ເຖິງ 25%.

ທ່ານ​ຍັງ​ກ່າວ​ວ່າ, ການ​ໃຊ້​ຈ່າຍ​ທີ່ຄື​​ກັບ​ການ​ລົງທຶນ​ໄດ້​ກາຍ​ເປັນ​ເສົາຄ້ຳ​ອີກ​ອັນ​ໜຶ່ງ​ຂອງ​ການ​ເຕີບ​ໂຕຂອງ​ເສດຖະກິດ​ຈີນ, ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເສດຖະກິດ​ຈີນ​ໄດ້​ມີ​ຄວາມ​ກ້າວໜ້າ​ໃນ​ດ້ານ​ພັດທະນາ​ຢ່າງ​ດຸນ​ດ່ຽງ​ກັນ.